ຂ້າມໄປທີ່ເນື້ອໃນ

ຄຳ​ພີ​ໄບເບິນ​ຖືກ​ບິດ​ເບືອນ​ບໍ?

ຄຳ​ພີ​ໄບເບິນ​ຖືກ​ບິດ​ເບືອນ​ບໍ?

 ບໍ່. ການ​ປຽບ​ທຽບ​ກັບ​ສຳເນົາ​ເກົ່າ​ແກ່​ຫຼາຍ​ສະບັບ​ສະແດງ​ໃຫ້​ເຫັນ​ວ່າ​ເນື້ອ​ຫາ​ໃນ​ຄຳ​ພີ​ໄບເບິນ​ຍັງ​ຄື​ເກົ່າ​ເຖິງ​ວ່າ​ຈະ​ມີ​ການ​ກ່າຍ​ຄືນ​ມາ​ຫຼາຍ​ພັນ​ປີ​ຢູ່​ເທິງ​ວັດສະດຸ​ທີ່​ຍ່ອຍ​ສະ​ຫຼາຍ​ໄດ້.

ນີ້​ໝາຍ​ຄວາມ​ວ່າ​ບໍ່​ເຄີຍ​ມີ​ຄວາມ​ຜິດ​ພາດ​ໃນ​ການ​ກ່າຍ​ຄືນ​ບໍ?

 ມີ​ການ​ຄົ້ນ​ພົບ​ສຳເນົາ​ເກົ່າ​ແກ່​ຂອງ​ຄຳ​ພີ​ໄບເບິນ​ຫຼາຍ​ພັນ​ສະບັບ. ບາງ​ສະບັບ​ມີ​ສ່ວນ​ທີ່​ຕ່າງ​ຈາກ​ສະບັບ​ແປ​ອື່ນ ນີ້​ສະແດງ​ວ່າ​ມີ​ຂໍ້​ຜິດ​ພາດ​ໃນ​ການ​ກ່າຍ​ຄືນ. ແຕ່​ຖື​ວ່າ​ເປັນ​ຄວາມ​ຜິດ​ພາດ​ເລັກໆນ້ອຍໆ ເຊິ່ງ​ບໍ່​ໄດ້​ປ່ຽນ​ຄວາມ​ໝາຍ​ຂອງ​ເນື້ອ​ຫາ. ແຕ່​ກໍ​ມີ​ການ​ຄົ້ນ​ພົບ​ຄວາມ​ແຕກຕ່າງ​ທີ່​ສຳຄັນ​ຢູ່ ເຊິ່ງ​ບາງ​ຢ່າງ​ເບິ່ງ​ຄື​ວ່າ​ເປັນ​ການ​ຈົງໃຈ​ເຮັດ​ແຕ່​ດົນ​ມາ​ແລ້ວ​ເພື່ອ​ປ່ຽນ​ຂ່າວ​ສານ​ໃນ​ຄຳ​ພີ​ໄບເບິນ. ລອງ​ມາ​ເບິ່ງ​ຈັກ 2 ຕົວຢ່າງ:

  1.   ໃນ 1 ໂຢຮັນ 5:7 ຄຳ​ພີ​ໄບເບິນ​ສະບັບ​ແປ​ເກົ່າ​ແກ່​ບາງ​ສະບັບ​ມີ​ຂໍ້​ຄວາມ​ທີ່​ວ່າ: “ໃນ​ສະຫວັນ ຄື​ພະ​ບິດາ ພະ​ວາທະ ແລະ​ພະ​ວິນຍານ​ບໍລິສຸດ ແລະ​ພະຍານ​ທັງ​ສາມ​ນີ້​ເປັນ​ອົງ​ດຽວ​ກັນ.” ແຕ່​ສະບັບ​ສຳເນົາ​ທີ່​ເຊື່ອ​ຖື​ໄດ້​ຢືນຢັນ​ວ່າ​ບໍ່​ມີ​ຂໍ້​ຄວາມ​ເຫຼົ່າ​ນີ້​ໃນ​ສຳເນົາ​ຕົ້ນ​ສະບັບ. ແຕ່​ຂໍ້​ຄວາມ​ນີ້​ຖືກ​ເພີ່ມ​ເຂົ້າ​ມາ​ໃນ​ພາຍ​ຫຼັງ. a ນີ້​ເປັນ​ເຫດຜົນ​ທີ່​ຄຳ​ພີ​ໄບເບິນ​ສະບັບ​ແປ​ສະໄໝ​ໃໝ່​ທີ່​ເຊື່ອ​ຖື​ໄດ້​ຈຶ່ງ​ບໍ່​ມີ​ຂໍ້​ຄວາມ​ນີ້.

  2.   ຊື່​ສະເພາະ​ຂອງ​ພະເຈົ້າ​ປາກົດ​ຫຼາຍ​ພັນ​ເທື່ອ​ໃນ​ສະບັບ​ສຳເນົາ​ເກົ່າ​ແກ່​ຂອງ​ຄຳ​ພີ​ໄບເບິນ. ແຕ່​ຄຳ​ພີ​ໄບເບິນ​ສະບັບ​ແປ​ຫຼາຍ​ສະບັບ​ເອົາ​ຄຳ​ທີ່​ເປັນ​ຕຳແໜ່ງ​ມາ​ໃສ່​ແທນ​ຊື່​ຂອງ​ພະເຈົ້າ ເຊັ່ນ “ພະ​ອົງ​ເຈົ້າ” ຫຼື “ພະເຈົ້າ.”

ເຮົາ​ຈະ​ໝັ້ນ​ໃຈ​ໄດ້​ແນວ​ໃດ​ວ່າ​ຈະ​ບໍ່​ມີ​ຂໍ້​ຜິດ​ພາດ​ອື່ນໆອີກ?

 ມາ​ຮອດ​ຕອນ​ນີ້ ມີ​ການ​ຄົ້ນ​ພົບ​ສຳເນົາ​ຕົ້ນ​ສະບັບ​ຫຼາຍ​ສະບັບ​ແລ້ວ​ຈຶ່ງ​ກວດ​ສອບ​ຂໍ້​ຜິດ​ພາດ​ໄດ້​ງ່າຍ​ກວ່າ​ແຕ່​ກ່ອນ​ຫຼາຍ. b ການ​ເອົາ​ສຳເນົາ​ຕົ້ນ​ສະບັບ​ເຫຼົ່າ​ນີ້​ມາ​ປຽບ​ທຽບ​ກັນ​ສະແດງ​ໃຫ້​ເຫັນ​ເຖິງ​ຄວາມ​ຖືກຕ້ອງ​ຂອງ​ຄຳ​ພີ​ໄບເບິນ​ໃນ​ທຸກ​ມື້​ນີ້​ແນວ​ໃດ?

  •   ນັກ​ວິຊາການ​ຊື່ ວິນລຽມ ເອັດຈ໌. ກຣີນ ເວົ້າ​ເຖິງ​ຂໍ້​ຄວາມ​ໃນ​ພະ​ຄຳ​ພີ​ພາກ​ພາສາ​ເຮັບເຣີ (ມັກ​ເອີ້ນ​ກັນ​ວ່າ “ພາກ​ພັນທະສັນຍາ​ເດີມ”) ວ່າ: “ບອກ​ໄດ້​ຢ່າງ​ໝັ້ນ​ໃຈ​ເລີຍ​ວ່າ​ບໍ່​ມີ​ງານ​ຂຽນ​ເກົ່າ​ແກ່​ສະບັບ​ໃດ​ຈະ​ຖ່າຍ​ທອດ​ໄດ້​ຖືກຕ້ອງ​ກົງ​ຕາມ​ຕົ້ນ​ສະບັບ​ແບບ​ນີ້​ອີກ​ແລ້ວ.”

  •   ຜູ້​ຊ່ຽວຊານ​ດ້ານ​ຄຳ​ພີ​ໄບເບິນ ເອັບຟ໌. ເອັບຟ໌. ບຣູດສ໌​ໃຫ້​ຄວາມ​ຄິດ​ເຫັນ​ກ່ຽວ​ກັບ​ພະ​ຄຳ​ພີ​ຄລິດສະຕຽນ​ພາກພາສາກຣີກ​ຫຼື “ພາກ​ພັນທະສັນຍາ​ໃໝ່” ວ່າ: “ຫຼັກ​ຖານ​ຢືນຢັນ​ພະຄຳພີ​ພາກ​ພັນທະສັນຍາ​ໃໝ່​ມີ​ຫຼາຍ​ກວ່າ​ຫຼັກ​ຖານ​ຢືນຢັນ​ວຽກ​ຂຽນ​ຂອງ​ພວກ​ນັກ​ຂຽນ​ສະໄໝ​ບູຮານ​ຫຼາຍ​ເທົ່າ ເຊິ່ງ​ບໍ່​ເຄີຍ​ມີ​ໃຜ​ຄິດ​ສົງໄສ​ເລີຍ​ວ່າ​ຜົນ​ງານ​ຂອງ​ນັກ​ຂຽນ​ເຫຼົ່າ​ນັ້ນ​ຖ່າຍ​ທອດ​ມາ​ຢ່າງ​ຖືກຕ້ອງ​ຫຼື​ບໍ່.”

  •   ເຊີ ເຟເດີຣິກ ເຄນຢອນ ຜູ້​ຊ່ຽວຊານ​ທາງ​ສຳເນົາ​ຕົ້ນ​ສະບັບ​ຄຳ​ພີ​ໄບເບິນ​ທີ່​ມີ​ຊື່ສຽງ​ບອກ​ວ່າ ບໍ່​ວ່າ​ໃຜ “ກໍ​ສາມາດ​ຖື​ຄຳ​ພີ​ໄບເບິນ​ໝົດ​ຫົວ​ໄວ້​ໃນ​ມື​ແລະ​ເວົ້າ​ໄດ້​ຢ່າງ​ບໍ່​ລັງເລ​ວ່າ​ລາວ​ຖື​ຖ້ອຍຄຳ​ທີ່​ແທ້ຈິງ​ຂອງ​ພະ​ເຈົ້າ ເຊິ່ງ​ສົ່ງ​ຕໍ່​ຈາກ​ລຸ້ນ​ສູ່​ລຸ້ນ​ໄດ້​ຢ່າງ​ຄົບ​ຖ້ວນ​ມາ​ຕະຫຼອດ​ຫຼາຍ​ສະຕະວັດ.”

ມີ​ເຫດຜົນ​ຫຍັງ​ອີກ​ທີ່​ເຮັດ​ໃຫ້​ໝັ້ນ​ໃຈ​ໄດ້​ວ່າ​ເນື້ອ​ຫາ​ໃນ​ຄຳ​ພີ​ໄບເບິນ​ຖືກຕ້ອງ​ກົງ​ຕາມ​ຕົ້ນ​ສະບັບ?

  •   ນັກ​ກ່າຍ​ຄືນ​ທັງ​ຄົນ​ຢິວ​ແລະ​ຄ​ລິດ​ສະ​ຕຽນ​ເກັບ​ເລື່ອງ​ລາວ​ທີ່​ເວົ້າ​ເຖິງ​ຄວາມ​ຜິດ​ພາດ​ຮ້າຍແຮງ​ທີ່​ປະຊາຊົນ​ຂອງ​ພະ​ເຈົ້າ​ເຮັດ​ໃນ​ອະດີດ​ເອົາ​ໄວ້​ໃນ​ການ​ກ່າຍ​ຄືນ​ຂອງ​ເຂົາເຈົ້າ. c (ຈົດເຊັນບັນຊີ 20:12; 2 ຊາເມືອນ 11:2-4; ຄາລາເຕຍ 2:11-14) ນອກ​ຈາກ​ນີ້ ເຂົາເຈົ້າ​ຍັງ​ກ່າຍ​ຄືນ​ຂໍ້​ຄວາມ​ທີ່​ຕຳໜິ​ຄົນ​ຢິວ​ທີ່​ບໍ່​ເຊື່ອ​ຟັງ​ພະ​ເຈົ້າ​ແລະ​ຂໍ້​ຄວາມ​ທີ່​ເປີດໂປງ​ຫຼັກ​ຄຳ​ສອນ​ບາງ​ຢ່າງ​ທີ່​ມະນຸດ​ຄິດ​ຂຶ້ນ​ມາ​ເອງ​ເອົາ​ໄວ້​ນຳ​ໂດຍ​ບໍ່​ໄດ້​ຕັດ​ຖິ້ມ​ໄປ. (ໂອເຊ 4:2; ມາລາກີ 2:8, 9; ມັດທາຍ 23:8, 9; 1 ໂຢຮັນ 5:21) ການ​ທີ່​ຄົນ​ເຫຼົ່າ​ນີ້​ກ່າຍ​ຄືນ​ເລື່ອງ​ລາວ​ຢ່າງ​ຄົບ​ຖ້ວນ​ແລະ​ຖືກຕ້ອງ​ເຮັດ​ໃຫ້​ເຫັນ​ວ່າ​ເຂົາເຈົ້າ​ໄວ້​ໃຈ​ໄດ້​ແລະ​ໃຫ້​ຄວາມ​ນັບຖື​ຖ້ອຍ​ຄຳ​ຂອງ​ພະ​ເຈົ້າ​ແທ້ໆ.

  •   ເນື່ອງຈາກ​ພະ​ເຈົ້າ​ເປັນ​ຜູ້​ດົນ​ໃຈ​ໃຫ້​ຂຽນ​ຄຳ​ພີ​ໄບເບິນ​ຕັ້ງ​ແຕ່​ທຳ​ອິດ ດັ່ງນັ້ນ ເພິ່ນ​ຄື​ຊິ​ຕ້ອງ​ປົກປ້ອງ​ບໍ່​ໃຫ້​ຄຳ​ພີ​ໄບເບິນ​ຖືກ​ບິດ​ເບືອນ. d (ເອຊາອີ 40:8; 1 ເປໂຕ 1:24, 25) ນອກ​ຈາກ​ນັ້ນ ເພິ່ນ​ຕ້ອງການ​ໃຫ້​ຄຳ​ພີ​ໄບເບິນ​ເປັນ​ປະໂຫຍດ​ບໍ່​ພຽງ​ແຕ່​ກັບ​ຜູ້​ຄົນ​ໃນ​ສະໄໝ​ກ່ອນ​ເທົ່າ​ນັ້ນ ແຕ່​ລວມ​ເຖິງ​ພວກ​ເຮົາ​ໃນ​ສະໄໝ​ນີ້​ນຳ. (1 ໂກຣິນໂທ 10:11) ແທ້ໆແລ້ວ “ທຸກ​ສິ່ງ​ທີ່​ຂຽນ​ໄວ້​ດົນ​ນານ​ມາ​ແລ້ວ​ໃນ​ພະ​ຄຳ​ພີ​ກໍ​ຂຽນ​ໄວ້​ເພື່ອ​ສອນ​ພວກ​ເຮົາ ເພື່ອ​ພວກ​ເຮົາ​ຈະ​ມີ​ຄວາມຫວັງ ເພາະ​ພະ​ຄຳ​ພີ​ຊ່ວຍ​ໃຫ້​ພວກ​ເຮົາ​ອົດ​ທົນ​ແລະ​ມີ​ກຳລັງ​ໃຈ.”—ໂຣມ 15:4

  •   ພະ​ເຢຊູ​ກັບ​ພວກ​ລູກສິດ​ຍົກ​ຂໍ້​ຄວາມ​ຈາກ​ພະ​ຄຳ​ພີ​ພາກ​ພາສາ​ເຮັບເຣີ​ຂຶ້ນ​ມາ​ເວົ້າ​ໂດຍ​ບໍ່​ສົງໄສ​ເລື່ອງ​ຄວາມ​ຖືກຕ້ອງ​ຂອງ​ຕົ້ນ​ສະບັບ​ເກົ່າ​ແກ່​ເລີຍ.—ລູກາ 4:16-21; ກິດຈະການ 17:1-3

a ຂໍ້​ຄວາມ​ເຫຼົ່າ​ນີ້​ບໍ່​ພົບ​ໃນ​ໂກເດັກ​ໄຊນາຍຕິຄຸດສ໌ ໂກເດັກ​ອະເລັກຊານດຣິນຸດສ໌ ສຳເນົາ​ວາຕິກັນ​ໝາຍ​ເລກ 1209 ສະບັບ​ວັນເກດ​ພາສາ​ລາຕິນ ສະບັບ​ແປ​ຟີໂລຊີນຽນ​ຮາຄຼີນ​ພາສາ​ຊີເຣຍ ຫຼື​ສະບັບ​ເພຊິຕາ​ພາສາ​ຊີເຣຍ.

b ຕົວຢ່າງ​ເຊັ່ນ ມີການ​ຄົ້ນ​ພົບ​ຊິ້ນ​ສ່ວນ​ສຳເນົາ​ຕົ້ນ​ສະບັບ​ພາສາ​ກຣີກ​ເຊິ່ງ​ເອີ້ນ​ກັນ​ວ່າ​ພາກ​ພັນທະສັນຍາ​ໃໝ່​ຫຼື​ພະ​ຄຳ​ພີ​ຄລິດສະຕຽນ​ພາກພາສາກຣີກ​ຫຼາຍ​ກວ່າ 5.000 ສະບັບ.

c ຄຳ​ພີ​ໄບເບິນ​ບໍ່​ໄດ້​ບອກ​ວ່າ​ມະນຸດ​ທີ່​ເປັນ​ຕົວ​ແທນ​ຂອງ​ພະ​ເຈົ້າ​ຈະ​ຜິດ​ພາດ​ບໍ່​ໄດ້. ແຕ່​ຍອມ​ຮັບ​ຄວາມ​ເປັນ​ຈິງ​ທີ່​ວ່າ: “ບໍ່​ມີ​ໃຜ​ບໍ່​ເຮັດ​ບາບ.”—1 ກະສັດ 8:46, ລ.ມ.

d ຄຳ​ພີ​ໄບເບິນ​ບອກ​ວ່າ​ເຖິງວ່າ​ພະເຈົ້າ​ບໍ່​ໄດ້​ບອກ​ໃຫ້​ຂຽນ​ຄຳ​ຕໍ່​ຄຳ ແຕ່​ເພິ່ນ​ກໍ​ຊີ້​ນຳ​ຄວາມ​ຄິດ​ຂອງ​ຜູ້​ຂຽນ​ທີ່​ເປັນ​ມະນຸດ.—2 ຕີໂມທຽວ 3:16, 17; 2 ເປໂຕ 1:21