ຂ້າມໄປທີ່ເນື້ອໃນ

ພະ​ເຢໂຫວາ​ແມ່ນ​ໃຜ?

ພະ​ເຢໂຫວາ​ແມ່ນ​ໃຜ?

ຄຳ​ຕອບ​ຈາກ​ຄຳ​ພີ​ໄບເບິນ

 ພະ​ເຢໂຫວາ​ເປັນ​ພະເຈົ້າ​ທ່ຽງ​ແທ້​ທີ່​ມີ​ບອກ​ໄວ້​ໃນ​ຄຳ​ພີ​ໄບເບິນ ເປັນ​ຜູ້​ສ້າງ​ທຸກ​ສິ່ງ. (ພະນິມິດ 4:11) ຜູ້​ພະຍາກອນ​ອັບຣາຮາມ​ກັບ​ໂມເຊ​ນະມັດສະການ​ເພິ່ນ ພະ​ເຢຊູ​ກໍ​ນະມັດສະການ​ເພິ່ນ​ນຳ. (ຕົ້ນເດີມ 24:27; ອົບພະຍົບ 15:1, 2; ໂຢຮັນ 20:17) ພະ​ເຢໂຫວາ​ບໍ່​ໄດ້​ເປັນ​ພະເຈົ້າ​ຂອງ​ຊາດ​ໃດ​ຊາດ​ໜຶ່ງ​ແຕ່​ເປັນ​ພະເຈົ້າ​ທີ່ “ປົກຄອງ​ທົ່ວ​ໂລກ.”—ຄຳເພງ 47:2, ລ.ມ.

 ເຢໂຫວາ​ເປັນ​ຊື່​ສະເພາະ​ຂອງ​ພະເຈົ້າ​ຕາມ​ທີ່​ບອກ​ໄວ້​ໃນ​ຄຳ​ພີ​ໄບເບິນ. (ອົບພະຍົບ 3:15; ຄຳເພງ 83:18) ຊື່​ນີ້​ມາ​ຈາກ​ຄຳ​ກິລິຍາ​ພາສາ​ເຮັບເຣີ​ທີ່​ແປ​ວ່າ “ເປັນ” ນັກ​ວິຊາການ​ຫຼາຍ​ຄົນ​ຈຶ່ງ​ບອກ​ວ່າ​ຊື່​ນີ້​ອາດ​ຈະ​ໝາຍ​ຄວາມ​ວ່າ “ເພິ່ນ​ເຮັດ​ໃຫ້​ເປັນ.” ຄວາມ​ໝາຍ​ນີ້​ເໝາະ​ສົມ​ຫຼາຍ​ກັບ​ບົດບາດ​ຂອງ​ພະ​ເຢໂຫວາ​ໃນ​ຖານະ​ຜູ້​ສ້າງ​ແລະ​ຜູ້​ເຮັດ​ໃຫ້​ທຸກ​ສິ່ງ​ເປັນ​ໄປ​ຕາມ​ທີ່​ເພິ່ນ​ຕັ້ງ​ໃຈ​ໄວ້. (ເອຊາອີ 55:10, 11) ຄຳ​ພີ​ໄບເບິນ​ຍັງ​ຊ່ວຍ​ໃຫ້​ເຮົາ​ຮູ້ຈັກ​ໂຕ​ຕົນ​ຂອງ​ເພິ່ນ​ແທ້ໆ ໂດຍ​ສະເພາະ​ຄຸນ​ລັກສະນະ​ທີ່​ໂດດ​ເດັ່ນ​ຂອງ​ເພິ່ນ​ຄື ຄວາມ​ຮັກ.—ອົບພະຍົບ 34:5-7; ລູກາ 6:35; 1 ໂຢຮັນ 4:8

 ຊື່​ຂອງ​ພະເຈົ້າ​ໃນ​ພາສາ​ອັງກິດ​ຄື Jehovah (ເຢໂຫວາ) ແປ​ມາ​ຈາກ​ຊື່​ພາສາ​ເຮັບເຣີ ເຊິ່ງ​ເປັນ​ອັກສອນ 4 ໂຕ יהוה (ຢຫວຫ) ທີ່​ເອີ້ນ​ວ່າ​ເທຣາກຳມະທອນ. ແຕ່​ເຮົາ​ບໍ່​ຮູ້​ວ່າ​ຊື່​ຂອງ​ພະເຈົ້າ​ອອກ​ສຽງ​ແນວ​ໃດ​ແທ້ໆໃນ​ພາສາ​ເຮັບເຣີ​ບູຮານ. ແຕ່​ຊື່ Jehovah (ເຢໂຫວາ) ມີ​ການໃຊ້​ມາ​ດົນ​ແລ້ວ​ໃນ​ພາສາ​ອັງກິດ ເຊິ່ງ​ມີການໃຊ້​ເທື່ອ​ທຳອິດ​ໃນ​ຄຳ​ພີ​ໄບເບິນ​ສະບັບ​ແປ​ຂອງ​ວິນລຽມ ທິນເດວ​ ປີ ຄ.ສ 1530 a ຊື່ “ເຢໂຫວາ” ມີການໃຊ້​ມາ​ດົນ​ແລ້ວ​ໃນ​ພາສາ​ລາວ.

ເປັນ​ຫຍັງ​ຈຶ່ງ​ບໍ່​ຮູ້​ວ່າ​ຊື່​ຂອງ​ພະເຈົ້າ​ອອກ​ສຽງ​ແນວ​ໃດ​ໃນ​ພາສາ​ເຮັບເຣີ​ບູຮານ?

 ພາສາ​ເຮັບເຣີ​ບູຮານ​ຂຽນ​ໂດຍ​ບໍ່​ມີ​ສະຫຼະ ມີ​ແຕ່​ພະຍັນຊະນະ​ເທົ່ານັ້ນ. ຄົນ​ທີ່​ເວົ້າ​ພາສາ​ເຮັບເຣີ​ຈະ​ຮູ້​ເລີຍ​ວ່າ ເວລາ​ອ່ານ​ຈະ​ຕ້ອງ​ໃຊ້​ສະຫຼະ​ຫຍັງ. ແຕ່​ເມື່ອ​ພະ​ຄຳ​ພີ​ພາກ​ພາສາ​ເຮັບເຣີ (“ພັນທະສັນຍາ​ເດີມ”) ຂຽນ​ແລ້ວ ຄົນ​ຢິວ​ບາງ​ຄົນ​ທີ່​ເຊື່ອ​ຖື​ໂຊກ​ລາງ​ຄິດ​ວ່າ​ເປັນ​ເລື່ອງ​ຜິດ​ທີ່​ຈະ​ອອກ​ຊື່​ຂອງ​ພະເຈົ້າ. ເມື່ອ​ເຂົາເຈົ້າ​ອ່ານ​ອອກ​ສຽງ​ຂໍ້​ຄຳ​ພີ​ທີ່​ມີ​ຊື່​ພະເຈົ້າ ເຂົາເຈົ້າ​ກໍ​ຈະ​ໃຊ້​ຄຳ​ວ່າ “ອົງ​ພະ​ຜູ້​ເປັນ​ເຈົ້າ” ຫຼື “ພະເຈົ້າ.” ເມື່ອ​ເວລາ​ຜ່ານ​ໄປ​ຫຼາຍ​ຮ້ອຍ​ປີ ການ​ຖື​ໂຊກ​ລາງ​ແບບ​ນີ້​ກໍ​ແຜ່​ຂະຫຍາຍ​ອອກ​ໄປ ຈົນ​ໃນ​ທີ່​ສຸດ​ຜູ້​ຄົນ​ກໍ​ບໍ່​ຮູ້​ວ່າ​ການ​ອອກ​ສຽງ​ແບບ​ດັ້ງເດີມ​ເປັນ​ແນວ​ໃດ​ແທ້ໆ. b

 ບາງ​ຄົນ​ຮູ້ສຶກ​ວ່າ​ຊື່​ຂອງ​ພະເຈົ້າ​ໜ້າ​ຈະ​ອອກ​ສຽງ​ວ່າ “Yahweh” (ຢາເວ) ແຕ່​ບາງ​ຄົນ​ກໍ​ບອກ​ວ່າ​ໜ້າ​ຈະ​ເປັນ​ຢ່າງ​ອື່ນ. ໃນ​ມ້ວນ​ໜັງສື​ທະເລ​ຕາຍ​ມ້ວນ​ໜຶ່ງ​ເຊິ່ງ​ຂຽນ​ເປັນ​ພາສາ​ກຣີກ​ມີ​ບາງ​ສ່ວນ​ຂອງ​ປຶ້ມ​ພວກເລວີ​ຢູ່ ໃນ​ສ່ວນ​ນັ້ນ​ສະກົດ​ຊື່​ຂອງ​ພະເຈົ້າ​ວ່າ Iao (ເຢົາ). ນັກ​ຂຽນ​ຄົນ​ກຣີກ​ໃນ​ຍຸກ​ຕົ້ນໆຍັງ​ແນະນຳ​ໃຫ້​ອອກ​ສຽງ​ຊື່​ຂອງ​ພະເຈົ້າ​ວ່າ Iae (ຢາເອ) I·a·beʹ (ຢາເວ) ຫຼື I·a·ou·eʹ (ເຢົາເວ) ແຕ່​ກໍ​ບໍ່​ມີ​ໃຜ​ພິສູດ​ໄດ້​ວ່າ​ການ​ອອກ​ສຽງ​ທີ່​ຖືກຕ້ອງ​ແທ້ໆໃນ​ພາສາ​ເຮັບເຣີ​ບູຮານ​ເປັນ​ແນວ​ໃດ. c

ຄວາມ​ເຊື່ອ​ຜິດໆກ່ຽວ​ກັບ​ຊື່​ຂອງ​ພະເຈົ້າ​ໃນ​ຄຳ​ພີ​ໄບເບິນ

 ຄວາມ​ເຊື່ອ​ທີ່​ຜິດ: ສະບັບ​ແປ​ທີ່​ໃຊ້​ຊື່ “ເຢໂຫວາ” ເພີ່ມ​ຊື່​ນີ້​ເຂົ້າ​ມາ​ເອງ.

 ຄວາມ​ຈິງ: ຊື່​ຂອງ​ພະເຈົ້າ​ທີ່​ເປັນ​ຄຳ​ພາສາ​ເຮັບເຣີ​ໃນ​ຮູບ​ແບບ​ຂອງ​ເທຣາກຳມະທອນ​ປາກົດ​ປະມານ 7.000 ເທື່ອ​ໃນ​ຄຳ​ພີ​ໄບເບິນ. d ສະບັບ​ແປ​ສ່ວນ​ຫຼາຍ​ຕັດ​ຊື່​ຂອງ​ພະເຈົ້າ​ອອກ​ຕາມ​ໃຈ ແລ້ວ​ໃສ່​ຄຳ​ທີ່​ເປັນ​ຕຳແໜ່ງ​ເຊັ່ນ “ອົງ​ພະ​ຜູ້​ເປັນ​ເຈົ້າ” ເຂົ້າ​ໄປ​ແທນ.

 ຄວາມ​ເຊື່ອ​ທີ່​ຜິດ: ພະເຈົ້າ​ຜູ້​ມີ​ພະລັງ​ອຳນາດ​ສູງ​ສຸດ​ບໍ່​ຈຳເປັນ​ຕ້ອງ​ມີ​ຊື່.

 ຄວາມ​ຈິງ: ພະເຈົ້າ​ດົນ​ໃຈ​ຄົນ​ທີ່​ຂຽນ​ຄຳ​ພີ​ໄບເບິນ​ໃຫ້​ບັນທຶກ​ຊື່​ຂອງ​ເພິ່ນ​ໄວ້​ຫຼາຍ​ພັນ​ເທື່ອ ແລະ​ສັ່ງ​ໃຫ້​ຄົນ​ທີ່​ນະມັດສະການ​ເພິ່ນ​ໃຊ້​ຊື່​ຂອງ​ເພິ່ນ. (ເອຊາອີ 42:8; ໂຢເອນ 2:32; ມາລາກີ 3:16; ໂຣມ 10:13) ທີ່​ຈິງ ພະເຈົ້າ​ຕຳໜິ​ຜູ້​ພະຍາກອນ​ປອມ​ທີ່​ພະຍາຍາມ​ເຮັດ​ໃຫ້​ຜູ້​ຄົນ​ລືມ​ຊື່​ຂອງ​ເພິ່ນ.—ເຢເຣມີ 23:27

 ຄວາມ​ເຊື່ອ​ທີ່​ຜິດ: ຕາມ​ທຳນຽມ​ຂອງ​ຄົນ​ຢິວ​ແລ້ວ ຄວນ​ຕັດ​ຊື່​ພະເຈົ້າ​ອອກ​ຈາກ​ຄຳ​ພີ​ໄບເບິນ.

 ຄວາມ​ຈິງ: ເປັນ​ຄວາມ​ຈິງ​ທີ່​ວ່າ ຄົນ​ຢິວ​ບາງ​ຄົນ​ທີ່​ເປັນ​ຜູ້​ກ່າຍ​ຄືນ​ພະ​ຄຳ​ພີ​ໃນ​ຕອນ​ນັ້ນ​ບໍ່​ຍອມ​ອອກ​ສຽງ​ຊື່​ພະເຈົ້າ. ແຕ່​ເຂົາເຈົ້າ​ບໍ່​ໄດ້​ຕັດ​ຊື່​ເພິ່ນ​ອອກ​ຈາກ​ສຳເນົາ​ຄຳ​ພີ​ໄບເບິນ. ແນວ​ໃດ​ກໍ​ຕາມ ພະເຈົ້າ​ບໍ່​ຢາກ​ໃຫ້​ເຮົາ​ຕິດ​ຕາມ​ທຳນຽມ​ຂອງ​ມະນຸດ ເຊິ່ງ​ບໍ່​ເປັນ​ໄປ​ຕາມ​ກົດໝາຍ​ຂອງ​ເພິ່ນ.—ມັດທາຍ 15:1-3

 ຄວາມ​ເຊື່ອ​ທີ່​ຜິດ: ບໍ່​ຄວນ​ໃຊ້​ຊື່​ພະເຈົ້າ​ໃນ​ຄຳ​ພີ​ໄບເບິນ​ເພາະ​ເຮົາ​ບໍ່​ຮູ້​ວ່າ​ຊື່​ພະເຈົ້າ​ອອກ​ສຽງ​ແນວ​ໃດ​ແທ້ໆໃນ​ພາສາ​ເຮັບເຣີ.

 ຄວາມ​ຈິງ: ການ​ຫາ​ເຫດຜົນ​ແບບ​ນີ້​ຄື​ກັບ​ກຳລັງ​ບອກ​ວ່າ ພະເຈົ້າ​ຄາດ​ໝາຍ​ໃຫ້​ຜູ້​ຄົນ​ທີ່​ເວົ້າ​ພາສາ​ອື່ນ​ອອກ​ສຽງ​ຊື່​ຂອງ​ເພິ່ນ​ໃຫ້​ຖືກຕ້ອງ​ຄື​ກັບ​ພາສາ​ເດີມ. ແຕ່​ຄຳ​ພີ​ໄບເບິນ​ຊ່ວຍ​ໃຫ້​ເຮົາ​ເຫັນ​ວ່າ ຄົນ​ທີ່​ນະມັດສະການ​ພະເຈົ້າ​ໃນ​ອະດີດ​ເຊິ່ງ​ເວົ້າ​ພາສາ​ອື່ນ​ອອກ​ສຽງ​ຊື່​ຕ່າງໆບໍ່​ຄື​ກັບ​ໃນ​ພາສາ​ເດີມ.

 ລອງ​ເບິ່ງ​ຊື່​ໂຢຊວຍ​ຜູ້ຕັດສິນ​ຄົນ​ອິດສະຣາເອນ​ເປັນ​ຕົວຢ່າງ. ຄລິດສະຕຽນ​ໃນ​ສະຕະວັດ​ທຳອິດ​ທີ່​ເວົ້າ​ພາສາ​ເຮັບເຣີ​ຈະ​ອອກ​ສຽງ​ຊື່​ນີ້​ວ່າ ເຢໂຫຊູອາ ແຕ່​ຄົນ​ທີ່​ເວົ້າ​ພາສາ​ກຣີກ​ຈະ​ອອກ​ສຽງ​ວ່າ ອີຊຸດສ໌. ແລະ​ພະ​ຄຳ​ພີ​ສະບັບ​ແປ​ພາສາ​ກຣີກ​ກໍ​ໃຊ້​ຊື່​ນີ້​ນຳ ສະແດງ​ວ່າ​ຄລິດສະຕຽນ​ໃນ​ສະໄໝ​ນັ້ນ​ອອກ​ສຽງ​ຊື່​ຕ່າງໆຕາມ​ສຽງ​ໃນ​ພາສາ​ຂອງ​ເຂົາເຈົ້າ ບໍ່​ແມ່ນ​ຕາມ​ພາສາ​ເດີມ.—ກິດຈະການ 7:45; ເຮັບເຣີ 4:8

 ຫຼັກ​ການ​ດຽວ​ກັນ​ນີ້​ກໍ​ໃຊ້​ໄດ້​ກັບ​ການ​ແປ​ຊື່​ຂອງ​ພະເຈົ້າ. ແລະ​ແທນ​ທີ່​ຈະ​ກັງວົນ​ວ່າ​ຊື່​ພະເຈົ້າ​ອອກ​ສຽງ​ແນວ​ໃດ​ແທ້ໆ ເຮົາ​ຄວນ​ສົນ​ໃຈ​ເລື່ອງ​ທີ່​ສຳຄັນ​ກວ່າ ນັ້ນ​ກໍ​ຄື​ການ​ໃສ່​ຊື່​ຂອງ​ເພິ່ນ​ໄວ້​ໃນ​ບ່ອນ​ເກົ່າ​ທີ່​ເຄີຍ​ມີ​ຢູ່​ໃນ​ຄຳ​ພີ​ໄບເບິນ.

a ທິນເດວ​ໃຊ້​ຄຳ​ວ່າ “Iehouah” (ເຢໂຫອາ) ໃນ​ການ​ແປ​ປຶ້ມ 5 ຫົວ​ທຳອິດ​ຂອງ​ຄຳ​ພີ​ໄບເບິນ. ເມື່ອ​ເວລາ​ຜ່ານ​ໄປ ພາສາ​ອັງກິດ​ກໍ​ມີ​ການປ່ຽນແປງ ຈຶ່ງ​ມີ​ການປັບ​ໂຕ​ສະກົດ​ຊື່​ຂອງ​ພະເຈົ້າ​ໃຫ້​ທັນ​ສະໄໝ​ຂຶ້ນ. ຕົວຢ່າງ​ເຊັ່ນ ໃນ​ປີ 1612 ເຮັນຣີ ເອນສ໌ເວີດ​ໃຊ້​ຄຳ​ວ່າ “Iehovah” (ເຢໂຫວາ) ຕະຫຼອດ​ການ​ແປ​ປຶ້ມ​ຄຳເພງ​ຂອງ​ລາວ. ເມື່ອ​ລາວ​ປັບ​ປຸງ​ສະບັບ​ແປ​ນັ້ນ​ໃນ​ປີ 1639 ລາວ​ໃຊ້​ຄຳ “Jehovah.” (ເຈໂຫວາ) ນອກ​ຈາກ​ນັ້ນ ຜູ້​ແປ​ພະ​ຄຳ​ພີ​ສະບັບ​ແປ​ອາເມຣິກັນ​ສະແຕນດາດ ເຊິ່ງ​ພິມ​ໃນ​ປີ 1901 ກໍ​ໃຊ້​ຄຳ “Jehovah” ທຸກ​ບ່ອນ​ທີ່​ເປັນ​ຊື່​ພະເຈົ້າ​ໃນ​ພາສາ​ເຮັບເຣີ.

b ສາລານຸກົມ​ນິວ​ກາໂຕລິກ ສະບັບ​ພິມ​ຄັ້ງ​ທີ 2 ຫົວ​ທີ 14 ໜ້າ 883-884 ບອກ​ວ່າ: “ໄລຍະ​ໜຶ່ງ​ຫຼັງ​ຈາກ​ທີ່​ຄົນ​ຢິວ​ກັບ​ຈາກ​ການ​ເປັນ​ຊະເລີຍ ຜູ້​ຄົນ​ເລີ່ມ​ຖື​ກັນ​ວ່າ​ຄວນ​ເຄົາລົບ​ບູຊາ​ຊື່ Yahweh (ຢາເວ) ເປັນ​ພິເສດ ແລະ​ເລີ່ມ​ມີ​ທຳນຽມ​ແທນ​ທີ່​ຊື່​ນີ້​ດ້ວຍ​ຄຳ​ວ່າ ADONAI (ອະໂດໄນ) ຫຼື ELOHIM (ເອໂລຮິມ).”

c ສຳລັບ​ລາຍ​ລະອຽດ​ເພີ່ມ​ເຕີມ ຂໍ​ເບິ່ງ​ພາກ​ຜະໜວກ ກ​4 “ຊື່​ຂອງ​ພະເຈົ້າ​ໃນ​ພະ​ຄຳ​ພີ​ພາກ​ພາສາ​ເຮັບເຣີ” ໃນ​ຄຳ​ພີ​ໄບເບິນ​ສະບັບ​ແປ​ໂລກ​ໃໝ່.

d ເບິ່ງ​Theological Lexicon of the Old Testament ຫົວ​ທີ 2 ໜ້າ 523-52​4.