ຂ້າມໄປທີ່ເນື້ອໃນ

ໜຸ່ມ​ສາວ​ຖາມ​ວ່າ

ຄຳ​ພີ​ໄບເບິນ​ຊ່ວຍ​ເຮົາ​ໄດ້​ແນວ​ໃດ? ຕອນ 1: ອ່ານ​ຄຳ​ພີ​ໄບເບິນ

ຄຳ​ພີ​ໄບເບິນ​ຊ່ວຍ​ເຮົາ​ໄດ້​ແນວ​ໃດ? ຕອນ 1: ອ່ານ​ຄຳ​ພີ​ໄບເບິນ

“ຂ້ອຍ​ພະຍາຍາມ​ອ່ານ​ຄຳ​ພີ​ໄບເບິນ ແຕ່​ຮູ້ສຶກ​ທໍ້​ໃຈ​ເພາະ​ມັນ​ຫຼາຍ​ໂພດ!”—ບຣີອານາ ອາຍຸ 15 ປີ.

ເຈົ້າ​ຮູ້ສຶກ​ຄື​ກັນ​ບໍ? ບົດ​ຄວາມ​ນີ້​ຊ່ວຍ​ເຈົ້າ​ໄດ້!

 ເປັນ​ຫຍັງ​ຕ້ອງ​ອ່ານ​ຄຳ​ພີ​ໄບເບິນ?

ເຈົ້າ​ຄິດ​ວ່າ​ການ​ອ່ານ​ຄຳ​ພີ​ໄບເບິນ​ເປັນ​ເລື່ອງ​ທີ່​ໜ້າ​ເບື່ອ​ບໍ? ຖ້າ​ແມ່ນ ນັ້ນ​ກໍ​ພໍ​ເຂົ້າ​ໃຈ​ໄດ້. ເຈົ້າ​ຄື​ຊິ​ນຶກ​ພາບ​ວ່າ​ຄຳ​ພີ​ໄບເບິນ​ເປັນ​ປຶ້ມ​ທີ່​ທຸກ​ໜ້າ​ມີ​ແຕ່​ໂຕ​ໜັງສື​ນ້ອຍໆບໍ່​ມີ​ຮູບ​ພາບ​ແຖມ​ຍັງ​ມີ​ຫຼາຍ​ກວ່າ​ໜຶ່ງ​ພັນ​ໜ້າ ການ​ອ່ານ​ປຶ້ມ​ແບບ​ນີ້​ຄື​ຊິ​ບໍ່​ມ່ວນ​ແນ່ນອນ​ຖ້າ​ທຽບ​ກັບ​ການ​ເບິ່ງ​ໂທລະທັດ​ຫຼື​ເບິ່ງ​ວິດີໂອ!

ແຕ່​ລອງ​ຄິດ​ເບິ່ງ​ແມ້: ຖ້າ​ເຈົ້າ​ຍ່າງ​ຜ່ານ​ຫີບ​ສົມບັດ​ເກົ່າ​ແກ່​ຫີບ​ໜຶ່ງ ເຈົ້າ​ຈະ​ບໍ່​ຢາກ​ຮູ້​ບໍ​ວ່າ​ມີ​ຫຍັງ​ຢູ່​ໃນ​ຫີບ​ນັ້ນ?

ຄຳ​ພີ​ໄບເບິນ​ເປັນ​ຄື​ຫີບ​ສົມບັດ ເຊິ່ງ​ເກັບ​ສະຕິປັນຍາ​ທີ່​ມີ​ຄ່າ​ໄວ້​ຢ່າງ​ຫຼວງ​ຫຼາຍ​ທີ່​ຊ່ວຍ​ເຈົ້າ​ໃຫ້

  • ຕັດສິນ​ໃຈ​ເລື່ອງ​ຕ່າງໆໄດ້​ຢ່າງ​ດີ

  • ລົມ​ກັບ​ພໍ່​ແມ່​ໄດ້​ດີ​ຂຶ້ນ

  • ຊອກ​ໝູ່​ທີ່​ດີ​ໄດ້

  • ຮັບ​ມື​ກັບ​ຄວາມ​ກັງວົນ

ເປັນ​ຫຍັງ​ປຶ້ມ​ເກົ່າ​ແກ່​ຈຶ່ງ​ມີ​ຄຳ​ແນະນຳ​ທີ່​ໃຊ້​ໄດ້​ແທ້​ໃນ​ທຸກ​ມື້​ນີ້? ກໍ​ຍ້ອນ “ພະ​ຄຳ​ພີ​ທຸກ​ຕອນ ພະເຈົ້າ​ດົນ​ໃຈ​ໃຫ້​ຂຽນ​ຂຶ້ນ​ມາ.” (2 ຕີໂມທຽວ 3:16) ນີ້​ໝາຍ​ຄວາມ​ວ່າ​ຄຳ​ແນະນຳ​ໃນ​ຄຳ​ພີ​ໄບເບິນ​ມາ​ຈາກ​ແຫຼ່ງ​ທີ່​ດີ​ທີ່​ສຸດ​ທີ່​ເຈົ້າ​ຈະ​ຊອກ​ຫາ​ໄດ້.

ຄຳ​ພີ​ໄບເບິນ​ເປັນ​ຫີບ​ສົມບັດ​ທີ່​ເຕັມ​ໄປ​ດ້ວຍ​ສະຕິປັນຍາ​ທີ່​ປະເມີນ​ຄ່າ​ບໍ່​ໄດ້

 ມີ​ວິທີ​ໃດ​ແດ່​ທີ່​ຂ້ອຍ​ຈະ​ອ່ານ​ຄຳ​ພີ​ໄບເບິນ?

ວິທີ​ທີ​ໜຶ່ງ ແມ່ນ​ອ່ານ​ຄຳ​ພີ​ໄບເບິນ​ຕັ້ງ​ແຕ່​ຕົ້ນ​ຈົນ​ຈົບ. ນີ້​ຈະ​ຊ່ວຍ​ເຈົ້າ​ໃຫ້​ເຂົ້າ​ໃຈ​ພາບ​ລວມ​ຂອງ​ຂໍ້​ຄວາມ​ທີ່​ຢູ່​ໃນ​ຄຳ​ພີ​ໄບເບິນ. ມີ​ຫຼາຍ​ວິທີ​ທີ່​ເຈົ້າ​ຈະ​ອ່ານ​ແບບ​ນີ້​ໄດ້. ລອງ​ມາ​ເບິ່ງ​ນຳ​ກັນ​ສອງ​ວິທີ:

  •   ອ່ານ​ຄຳ​ພີ​ໄບເບິນ​ທັງ​ໝົດ 66 ຫົວ​ຕາມ​ລຳດັບ​ຕັ້ງ​ແຕ່​ປຶ້ມ​ຕົ້ມ​ເດີມ​ເຖິງ​ປຶ້ມ​ພະນິມິດ.

  •   ອ່ານ​ຄຳ​ພີ​ໄບເບິນ​ຕາມ​ລຳດັບ​ເວລາ​ຂອງ​ເຫດການ​ຕ່າງໆທີ່​ເກີດຂຶ້ນ ເຊິ່ງ​ມີ​ຄວາມ​ກ່ຽວຂ້ອງ​ກັນ.

ຄຳ​ແນະນຳ: ໃນ​ພາກ​ພະ​ໜວກ 7ກ ຂອງ​ສະບັບ​ແປ​ໂລກ​ໃໝ່​ໃຫ້​ຂໍ້​ມູນ​ຕາມ​ລຳດັບ​ເວລາ​ກ່ຽວ​ກັບ​ເຫດການ​ສຳຄັນ​ໃນ​ຊ່ວງ​ທີ່​ພະ​ເຢຊູ​ຢູ່​ເທິງ​ໂລກ.

ວິທີ​ທີ​ສອງ ແມ່ນ​ອ່ານ​ຄຳ​ພີ​ໄບເບິນ​ໂດຍ​ເລືອກ​ເຫດການ​ໜຶ່ງ​ເຊິ່ງ​ກົງ​ກັບ​ເລື່ອງ​ທີ່​ເຈົ້າ​ກຳລັງ​ປະສົບ​ຢູ່. ຕົວຢ່າງ​ເຊັ່ນ:

ຄຳ​ແນະນຳ: ເມື່ອ​ອ່ານ​ຄຳ​ພີ​ໄບເບິນ ເຈົ້າ​ຕ້ອງ​ອ່ານ​ໃນ​ບ່ອນ​ທີ່​ງຽບໆເພື່ອ​ເຈົ້າ​ຈະ​ມີ​ສະມາທິ​ໃນ​ການ​ອ່ານ.

ວິທີ​ທີ​ສາມ ແມ່ນ​ເລືອກ​ປຶ້ມ​ບາງ​ຫົວ​ຫຼື​ປຶ້ມ​ຄຳເພງ ອ່ານ ແລະ​ຈາກ​ນັ້ນ​ຄິດ​ເບິ່ງ​ວ່າ​ຈະ​ໃຊ້​ເລື່ອງ​ນັ້ນ​ໃນ​ຊີວິດ​ໄດ້​ແນວ​ໃດ. ຫຼັງ​ຈາກ​ອ່ານ ໃຫ້​ຖາມ​ໂຕ​ເອງ​ດ້ວຍ​ຄຳຖາມ​ເຫຼົ່າ​ນີ້ ເຊັ່ນ:

  •   ເປັນ​ຫຍັງ​ພະ​ເຢໂຫວາ​ໃຫ້​ມີ​ການ​ບັນທຶກ​ເລື່ອງ​ນີ້​ໃນ​ຄຳ​ພີ​ໄບເບິນ?

  •   ເລື່ອງ​ນີ້​ສະແດງ​ໃຫ້​ເຫັນ​ຫຍັງ​ກ່ຽວ​ກັບ​ຄຸນ​ລັກສະນະ​ຂອງ​ພະ​ເຢໂຫວາ​ຫຼື​ວິທີ​ທີ່​ເພິ່ນ​ຈັດການ​ເລື່ອງ​ຕ່າງໆ?

  •   ຂ້ອຍ​ຈະ​ເອົາ​ເລື່ອງ​ນີ້​ໄປ​ໃຊ້​ໃນ​ຊີວິດ​ໄດ້​ແນວ​ໃດ?

ຄຳ​ແນະນຳ: ໃຊ້​ຄຳ​ພີ​ໄບເບິນ​ສະບັບ​ແປ​ໂລກ​ໃໝ່ສະບັບ​ສຶກສາ​ເພື່ອ​ເບິ່ງ​ວິດີໂອ ແຜນທີ່ ແລະ​ຂໍ້​ມູນ​ອື່ນໆທີ່​ຈະ​ຊ່ວຍ​ເຈົ້າ​ໃຫ້​ເຂົ້າ​ໃຈ​ສິ່ງ​ທີ່​ຢູ່​ໃນ​ຄຳ​ພີ​ໄບເບິນ​ຫຼາຍ​ຂຶ້ນ.