ຂ່າວດີທີ່ຂຽນໂດຍມັດທາຍ 11:1-30

  • ພະ​ເຢຊູ​ຍົກຍ້ອງ​ໂຢຮັນ​ຜູ້​ໃຫ້​ບັບເຕມາ (1-15)

  • ພະ​ເຢຊູ​ຕຳໜິ​ຄົນ​ທີ່​ບໍ່​ຟັງ (16-24)

  • ພະ​ເຢຊູ​ສັນລະເສີນ​ພໍ່​ຂອງ​ເພິ່ນ​ທີ່​ຍອມຮັບ​ຄົນ​ຖ່ອມ (25-27)

  • ແອກ​ຂອງ​ພະ​ເຢຊູ​ເຮັດ​ໃຫ້​ສົດ​ຊື່ນ (28-30)

11  ເມື່ອ​ພະ​ເຢຊູ​ສອນ​ລູກສິດ 12 ຄົນ​ແລ້ວ​ໆ​ ເພິ່ນ​ກໍ​ເດີນ​ທາງ​ໄປ​ສອນ​ແລະ​ປະກາດ​ໃນ​ເມືອງ​ທີ່​ຢູ່​ອ້ອມແອ້ມ.+  ຕອນ​ທີ່​ໂຢຮັນ​ຜູ້​ໃຫ້​ບັບເຕມາ​ຕິດ​ຄຸກ+ ລາວ​ໄດ້​ຍິນ​ຂ່າວ​ວ່າ​ພະຄລິດ​ເຮັດ​ຫຍັງ​ແດ່ ລາວ​ຈຶ່ງ​ສົ່ງ​ລູກສິດ​ໄປ​ຫາ​ເພິ່ນ+  ເພື່ອ​ຖາມ​ວ່າ: “ທ່ານ​ແມ່ນ​ຜູ້​ທີ່​ພວກ​ເຮົາ​ລໍ​ຖ້າ​ຢູ່​ແມ່ນ​ບໍ ຫຼື​ພວກ​ເຮົາ​ຍັງ​ຕ້ອງ​ລໍ​ຖ້າ​ຄົນ​ອື່ນ?”+  ພະ​ເຢຊູ​ຕອບ​ວ່າ: “ກັບ​ໄປ​ບອກ​ໂຢຮັນ​ວ່າ​ພວກ​ເຈົ້າ​ໄດ້​ຍິນ​ແລະ​ໄດ້​ເຫັນ​ຫຍັງ​ແດ່.+ ໃຫ້​ບອກ​ລາວ​ວ່າ  ຄົນ​ຕາບອດ​ກໍ​ເຫັນ​ຮຸ່ງ+ ຄົນ​ທີ່​ເປັນ​ລ່ອຍ​ກໍ​ຍ່າງ​ໄດ້ ຄົນ​ຂີ້ທູດ+​ກໍ​ດີ​ເປັນ​ປົກກະຕິ ຄົນ​ຫູ​ໜວກ​ກໍ​ໄດ້​ຍິນ ຄົນ​ຕາຍ​ກໍ​ຟື້ນ​ຄືນ​ມາ ແລະ​ຄົນ​ທຸກຍາກ​ກໍ​ໄດ້​ຍິນ​ຂ່າວດີ.+  ຄົນ​ທີ່​ບໍ່​ສົງໄສ​ໃນ​ໂຕ​ຂ້ອຍ*​ກໍ​ມີ​ຄວາມ​ສຸກ.”+  ເມື່ອ​ລູກສິດ​ຂອງ​ໂຢຮັນ​ໄປ​ແລ້ວ ພະ​ເຢຊູ​ກໍ​ປິ່ນມາ​ເວົ້າ​ເລື່ອງ​ຂອງ​ໂຢຮັນ​ກັບ​ຄົນ​ທີ່​ຢູ່​ຫັ້ນ​ວ່າ: “ຕອນ​ເຂົ້າ​ໄປ​ໃນ​ບ່ອນ​ກັນດານ ພວກ​ເຈົ້າ​ຢາກ​ເຫັນ​ຫຍັງ?+ ຢາກ​ເຫັນ​ຕົ້ນ​ອໍ້​ທີ່​ໂອນ​ເອນ​ໄປ​ມາ​ຕາມ​ລົມ​ບໍ?+  ຖ້າ​ບໍ່​ແມ່ນ ພວກ​ເຈົ້າ​ຢາກ​ເຫັນ​ຫຍັງ? ຢາກ​ເຫັນ​ຄົນ​ທີ່​ນຸ່ງ​ເຄື່ອງ​ອະລັງການ​ບໍ? ບໍ່​ແມ່ນ​ຕີ້ ເພາະ​ຄົນ​ທີ່​ນຸ່ງ​ເຄື່ອງ​ແບບ​ນັ້ນ​ຕ້ອງ​ຢູ່​ໃນ​ວັງ​ຂອງ​ກະສັດ.  ຄັນຊັ້ນ ພວກ​ເຈົ້າ​ໄປ​ຫັ້ນ​ເຮັດ​ຫຍັງ? ພວກ​ເຈົ້າ​ຢາກ​ເຫັນ​ຜູ້​ພະຍາກອນ​ແມ່ນ​ບໍ? ແມ່ນ​ແລ້ວ. ຂ້ອຍ​ຈະ​ບອກ​ພວກ​ເຈົ້າ​ວ່າ ລາວ​ເປັນ​ຫຼາຍ​ກວ່າ​ຜູ້​ພະຍາກອນ​ອີກ.+ 10  ຜູ້​ນີ້​ແຫຼະ​ແມ່ນ​ຄົນ​ທີ່​ພະຄຳພີ​ບອກ​ໄວ້​ວ່າ ‘ຖ້າ​ເບິ່ງ​ເດີ້! ເຮົາ​ຈະ​ໃຫ້​ຜູ້​ສົ່ງ​ຂ່າວ​ຂອງ​ເຮົາ​ໄປ​ກ່ອນ​ເຈົ້າ. ລາວ​ຈະ​ກຽມ​ທາງ​ໄວ້​ໃຫ້​ເຈົ້າ.’+ 11  ຂ້ອຍ​ຈະ​ບອກ​ໃຫ້​ຮູ້​ວ່າ ໂຢຮັນ​ຜູ້​ໃຫ້​ບັບເຕມາ​ຜູ້​ນີ້​ຍິ່ງໃຫຍ່​ກວ່າ​ທຸກ​ຄົນ​ທີ່​ເຄີຍ​ເກີດ​ມາ​ໃນ​ໂລກ ແຕ່​ຄົນ​ທີ່​ມີ​ຕຳແໜ່ງ​ຕ່ຳ​ສຸດ​ໃນ​ການ​ປົກຄອງ​ທີ່​ຢູ່​ໃນ​ສະຫວັນ​ກໍ​ຍັງ​ຍິ່ງໃຫຍ່​ກວ່າ​ໂຢຮັນ​ອີກ.+ 12  ນັບ​ຕັ້ງແຕ່​ສະໄໝ​ຂອງ​ໂຢຮັນ​ຜູ້​ໃຫ້​ບັບເຕມາ​ຈົນ​ຮອດ​ຕອນ​ນີ້ ມະນຸດ​ພະຍາຍາມ​ຫຼາຍ​ເພື່ອ​ຈະ​ມີ​ສ່ວນ​ໃນ​ການ​ປົກຄອງ​ທີ່​ຢູ່​ໃນ​ສະຫວັນ ແລະ​ຄົນ​ທີ່​ພະຍາຍາມ​ແທ້​ໆ​ກໍ​ຈະ​ໄດ້ມີ​ສ່ວນ.+ 13  ຜູ້​ພະຍາກອນ​ທຸກ​ຄົນ​ແລະ​ກົດໝາຍ​ຂອງ​ໂມເຊ​ກໍ​ເວົ້າ​ເຖິງ​ເລື່ອງ​ນີ້​ຕະຫຼອດ​ຈົນ​ຮອດ​ສະໄໝ​ຂອງ​ໂຢຮັນ+ 14  ແລະ​ບໍ່​ວ່າ​ພວກ​ເຈົ້າ​ຢາກ​ຈະ​ເຊື່ອ​ຫຼື​ບໍ່ ໂຢຮັນ​ຜູ້​ນີ້​ແຫຼະ​ແມ່ນ​ເອລີຢາ​ທີ່​ພະຄຳພີ​ບອກ​ໄວ້​ວ່າ​ເປັນ​ຜູ້​ທີ່​ຈະ​ມາ.+ 15  ໃຫ້​ທຸກ​ຄົນ​ທີ່​ໄດ້​ຍິນ​ຕັ້ງໃຈ​ຟັງ​ດີ​ໆ​. 16  ຂ້ອຍ​ຈະ​ປຽບທຽບ​ຄົນ​ສະໄໝ​ນີ້​ກັບ​ຜູ້​ໃດ?+ ເຂົາເຈົ້າ​ເປັນ​ຄື​ກັບ​ພວກ​ເດັກນ້ອຍ​ທີ່​ນັ່ງ​ຢູ່​ຕະຫຼາດ​ແລະ​ບອກ​ໝູ່​ທີ່​ຫຼິ້ນ​ນຳ​ກັນ​ວ່າ 17  ‘ພວກ​ຂ້ອຍ​ເປົ່າ​ຂຸ່ຍ ແຕ່​ພວກ​ເຈົ້າ​ກໍ​ບໍ່​ຍອມ​ເຕັ້ນ. ພວກ​ຂ້ອຍ​ຮ້ອງໄຫ້ ແຕ່​ພວກ​ເຈົ້າ​ກໍ​ບໍ່​ໂສກເສົ້າ.’* 18  ຄື​ກັບ​ຕອນ​ທີ່​ໂຢຮັນ​ມາ ລາວ​ບໍ່​ກິນ​ບໍ່​ດື່ມ ຄົນ​ກໍ​ເວົ້າ​ໃຫ້​ວ່າ ‘ລາວ​ຖືກ​ປີສາດ​ສິງ.’ 19  ສ່ວນ​ລູກ​ມະນຸດ​ທັງ​ກິນ​ທັງ​ດື່ມ ຄົນ​ກໍ​ເວົ້າ​ໃຫ້​ວ່າ ‘ເບິ່ງ​ແມ້ ລາວ​ເປັນ​ຄົນ​ມັກ​ກິນ​ມັກ​ດື່ມ+ ແລະ​ຍັງ​ເປັນ​ໝູ່​ກັບ​ຄົນ​ເກັບ​ພາສີ​ແລະ​ຄົນ​ທີ່​ມັກ​ເຮັດ​ຜິດ​ນຳ​ອີກ.’+ ເມື່ອ​ຜູ້​ໃດ​ເຮັດ​ສິ່ງ​ທີ່​ຖືກຕ້ອງ ສິ່ງ​ນັ້ນ​ກໍ​ພິສູດ​ວ່າ​ລາວ​ມີ​ສະຕິ​ປັນຍາ.”+ 20  ຈາກນັ້ນ ພະ​ເຢຊູ​ກໍ​ເລີ່ມ​ຕຳໜິ​ຄົນ​ໃນ​ເມືອງ​ຕ່າງ​ໆ​ທີ່​ເຫັນ​ເພິ່ນ​ເຮັດ​ການ​ອັດສະຈັນ​ຫຼາຍ​ກວ່າ​ເມືອງ​ອື່ນ ຍ້ອນ​ເຂົາເຈົ້າ​ບໍ່​ກັບໃຈ ເພິ່ນ​ຈຶ່ງ​ເວົ້າ​ວ່າ: 21  “ເມືອງ​ໂຂຣາຊິນ ເມືອງ​ເບັດຊາອີດາ ພວກ​ເຈົ້າ​ຕ້ອງ​ຈິບຫາຍ​ແທ້​ໆ​! ຖ້າ​ຂ້ອຍ​ໄປ​ເຮັດ​ການ​ອັດສະຈັນ​ໃນ​ເມືອງ​ຕີເຣ​ແລະ​ເມືອງ​ຊີໂດນ​ຄື​ກັບ​ທີ່​ຂ້ອຍ​ເຮັດ​ໃນ​ເມືອງ​ຂອງ​ພວກ​ເຈົ້າ ປານ​ນີ້​ເຂົາເຈົ້າ​ຄື​ຊິ​ກັບໃຈ​ແຕ່​ດົນ​ແລ້ວ​ໂດຍ​ນຸ່ງ​ຜ້າ​ເນື້ອ​ຫຍາບ​ແລະ​ນັ່ງ​ເທິງ​ກອງ​ຂີ້ເທົ່າ.+ 22  ຂ້ອຍ​ຈະ​ບອກ​ໃຫ້​ຮູ້​ວ່າ ໃນ​ມື້​ທີ່​ພະເຈົ້າ​ຕັດສິນ ພວກ​ເຈົ້າ​ຈະ​ຖືກ​ໂທດ​ໜັກ​ກວ່າ​ເມືອງ​ຕີເຣ​ກັບ​ເມືອງ​ຊີໂດນ.+ 23  ສ່ວນ​ເມືອງ​ກາເປນາອູມ+ ພວກ​ເຈົ້າ​ຄິດ​ວ່າ​ຈະ​ຖືກ​ຍົກ​ຂຶ້ນ​ໃຫ້​ສູງ​ຈຳ​ຟ້າ​ພຸ້ນ​ບໍ? ພວກ​ເຈົ້າ​ຈະ​ຕ້ອງ​ລົງ​ໄປ​ໃນ​ຂຸມ​ຝັງ​ສົບ*​ແທນ+ ເພາະ​ຖ້າ​ການ​ອັດສະຈັນ​ທີ່​ຂ້ອຍ​ເຮັດ​ໃນ​ເມືອງ​ຂອງ​ພວກ​ເຈົ້າ​ໄດ້​ເກີດ​ຂຶ້ນ​ຢູ່​ເມືອງ​ໂຊໂດມ ເມືອງ​ນັ້ນ​ຄື​ຊິ​ຢູ່​ຈົນ​ຮອດ​ທຸກ​ມື້​ນີ້. 24  ຂ້ອຍ​ຈະ​ບອກ​ໃຫ້​ຮູ້​ວ່າ ໃນ​ມື້​ທີ່​ພະເຈົ້າ​ຕັດສິນ ພວກ​ເຈົ້າ​ຈະ​ຖືກ​ໂທດ​ໜັກ​ກວ່າ​ເມືອງ​ໂຊໂດມ​ອີກ.”+ 25  ແລ້ວ​ພະ​ເຢຊູ​ກໍ​ເວົ້າ​ວ່າ: “ພໍ່​ເອີ້ຍ ພໍ່​ມີ​ອຳນາດ​ເໜືອ​ສະຫວັນ​ແລະ​ໂລກ​ນີ້. ລູກ​ຂໍ​ສັນລະເສີນ​ພໍ່​ຕໍ່​ໜ້າ​ທຸກ​ຄົນ ຍ້ອນ​ພໍ່​ເຊື່ອງ​ສິ່ງ​ເຫຼົ່າ​ນີ້​ໄວ້​ບໍ່​ໃຫ້​ຄົນ​ທີ່​ມີ​ຄວາມ​ຮູ້​ແລະ​ຄົນ​ສະຫຼາດ​ຮູ້​ຈັກ ແຕ່​ເປີດເຜີຍ​ໃຫ້​ພວກ​ເດັກນ້ອຍ​ໄດ້​ຮູ້.+ 26  ພໍ່​ເອີ້ຍ ນີ້​ແມ່ນ​ສິ່ງ​ທີ່​ພໍ່​ພໍໃຈ​ຢາກ​ໃຫ້​ເປັນ.” 27  ຈາກນັ້ນ ພະ​ເຢຊູ​ກໍ​ປິ່ນ​ມາ​ເວົ້າ​ວ່າ: “ຕອນນີ້ ພໍ່​ຂອງ​ຂ້ອຍ​ເອົາ​ທຸກ​ສິ່ງ​ທຸກ​ຢ່າງ​ໃຫ້​ຂ້ອຍ​ແລ້ວ.+ ບໍ່​ມີ​ຜູ້​ໃດ​ຮູ້​ຈັກ​ລູກ​ຂອງ​ພະເຈົ້າ​ແທ້​ໆ​ ນອກ​ຈາກ​ພະເຈົ້າ​ຜູ້​ເປັນ​ພໍ່+ ແລະ​ບໍ່​ມີ​ຜູ້​ໃດ​ຮູ້​ຈັກ​ພະເຈົ້າ​ຜູ້​ເປັນ​ພໍ່​ແທ້​ໆ​ ນອກ​ຈາກ​ລູກ​ຂອງ​ເພິ່ນ​ແລະ​ຜູ້​ທີ່​ລູກ​ຂອງ​ເພິ່ນ​ຢາກ​ບອກ​ໃຫ້​ຮູ້.+ 28  ທຸກ​ຄົນ​ທີ່​ເມື່ອຍ​ແລະ​ມີ​ພາລະ​ຫຼາຍ ໃຫ້​ມາ​ຫາ​ຂ້ອຍ ແລ້ວ​ຂ້ອຍ​ຈະ​ເຮັດ​ໃຫ້​ພວກ​ເຈົ້າ​ສົດ​ຊື່ນ​ແລະ​ເຊົາ​ເມື່ອຍ. 29  ເອົາ​ແອກ​ຂອງ​ຂ້ອຍ​ໄປ​ແບກ​ແລະ​ຮຽນ​ຈາກ​ຂ້ອຍ ຍ້ອນ​ຂ້ອຍ​ເປັນ​ຄົນ​ອ່ອນໂຍນ​ແລະ​ຖ່ອມ​ໂຕ+ ແລ້ວ​ພວກ​ເຈົ້າ​ຈະ​ສົດ​ຊື່ນ. 30  ແອກ​ຂອງ​ຂ້ອຍ​ແບກ​ງ່າຍ ແລະ​ພາລະ​ຂອງ​ຂ້ອຍ​ກໍ​ເບົາ.”

ຂໍຄວາມໄຂເງື່ອນ

ແປ​ຕາມ​ໂຕ​ວ່າ “ບໍ່​ສະດຸດ​ຍ້ອນ​ຂ້ອຍ”
ຫຼື “ບໍ່​ໄດ້​ຕີ​ເອິກ​ດ້ວຍ​ຄວາມ​ໂສກເສົ້າ”