ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເພງ​ທີ 11

ສິ່ງ​ທີ່​ສ້າງ​ສັນລະເສີນ​ພະເຈົ້າ

ສິ່ງ​ທີ່​ສ້າງ​ສັນລະເສີນ​ພະເຈົ້າ

(ຄຳເພງ 19)

  1. 1. ສິ່ງ​ພະເຈົ້າ​ສ້າງ ໃຫ້​ຄຳ​ສັນ​ເສີນ​ພະອົງ

    ເດືອນ​ດາວ​ເທິງ​ຟ້າ ເຊີດຊູ​ພະເຈົ້າ​ຍິ່ງໃຫຍ່

    ບໍ່​ມີ​ຄຳ​ເວົ້າ ແຕ່​ເຮົາ​ສາມາດ​ເຂົ້າ​ໃຈ

    ແຜ່ນດິນ​ກວ້າງ​ໃຫຍ່ ໄດ້​ຍິນ​ສຽງ​ນັ້ນ​ຢ່າງ​ດີ

    ບໍ່​ມີ​ຄຳ​ເວົ້າ ແຕ່​ເຮົາ​ສາມາດ​ເຂົ້າ​ໃຈ

    ແຜ່ນດິນ​ກວ້າງ​ໃຫຍ່ ໄດ້​ຍິນ​ສຽງ​ທີ່​ປະກາດ

  2. 2. ຢຳເກງ​ພະເຈົ້າ ຊ່ວຍ​ໃຫ້​ເຮົາ​ມີ​ປັນຍາ

    ເຮົາ​ຄວນ​ຮັກສາ ຄຳ​ເວົ້າ​ແລະ​ການ​ກະທຳ

    ຈະ​ເປັນ​ໄວ​ໃດ ກົດ​ໝາຍ​ພະເຈົ້າ​ຊີ້​ນຳ

    ມີ​ຄ່າ​ກວ່າ​ຄຳ ລ້ຳ​ຄ່າ​ເໜືອ​ກວ່າ​ສິ່ງ​ໃດ

    ຈະ​ເປັນ​ໄວ​ໃດ ກົດ​ໝາຍ​ພະເຈົ້າ​ຊີ້​ນຳ

    ມີ​ຄ່າ​ກວ່າ​ຄຳ ລ້ຳ​ຄ່າ​ເໜືອ​ກວ່າ​ທຸກ​ສິ່ງ

  3. 3. ສຸກ​ໃຈ​ແທ້​ແທ້ ທີ່​ໄດ້​ຮູ້ຈັກ​ພະເຈົ້າ

    ຊີວິດ​ຍືນ​ຍາວ ຖ້າ​ເຮົາ​ເຊື່ອ​ຟັງ​ພະອົງ

    ເປັນ​ກຽດ​ສູງ​ສົ່ງ ຕໍ່​ຄົນ​ທີ່​ປະພຶດ​ຕາມ

    ໃຫ້​ນາມ​ພະອົງ ໄດ້​ຄວາມ​ນັບຖື​ສູງ​ສຸດ

    ເປັນ​ກຽດ​ສູງ​ສົ່ງ ຕໍ່​ຄົນ​ທີ່​ປະພຶດ​ຕາມ

    ໃຫ້​ນາມ​ພະອົງ ໄດ້​ຄວາມ​ນັບຖື​ທົ່ວໄປ

(ເບິ່ງ​ຕື່ມ ເພງ. 12:6; 89:7; 144:3; ໂລມ 1:20)