ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເພງ​ທີ 128

ອົດ​ທົນ​ຈົນ​ເຖິງ​ທີ່​ສຸດ

ອົດ​ທົນ​ຈົນ​ເຖິງ​ທີ່​ສຸດ

(ມັດທາຍ 24:13)

  1. 1. ຍ້ອນ​ສັນຍາ​ແລະ​ຄຳ​ສອນ​ພະເຈົ້າ

    ເຮົາ​ຈຶ່ງ​ມີ​ຄວາມ​ອົດ​ທົນ

    ທີ່​ເຮົາ​ໄດ້​ຮຽນ​ໄດ້​ຮັບ​ຄວາມ​ຮັກ

    ນີ້​ຈຶ່ງ​ຊ່ວຍ​ໃຫ້​ເຮົາ​ໝັ້ນ​ໃຈ

    ໝັ້ນ​ຄົງ​ໃນ​ຄວາມ​ເຊື່ອ​ບໍລິສຸດ

    ເພາະ​ວັນ​ໃຫຍ່​ກຳລັງ​ໃກ້​ມາ

    ໃຫ້​ຮັກສາ​ຄວາມ​ສັດ​ຊື່​ໝັ້ນ​ຄົງ

    ການ​ທົດ​ສອບ​ເຮັດ​ໃຫ້​ເຂັ້ມແຂງ

  2. 2. ຮັກສາ​ຄວາມ​ຮັກ​ໃນ​ຕອນ​ທຳອິດ

    ລະວັງ​ຢ່າ​ໃຫ້​ເສຍ​ໄປ

    ເຖິງ​ວ່າ​ຖືກ​ການ​ທົດລອງ​ແບບ​ໃດ

    ຂໍ​ໃຫ້​ເຮົາ​ອົດ​ທົນ​ເລື້ອຍ​ໄປ

    ການ​ທົດລອງ​ເປັນ​ເລື່ອງ​ໃດ​ກໍ​ຕາມ

    ເຮົາ​ບໍ່​ຢ້ານ​ແລະ​ບໍ່​ສົງໄສ

    ເຢໂຫວາ​ຈະ​ໃຫ້​ມີ​ທາງ​ອອກ

    ພະອົງ​ຈະ​ຢູ່​ຄຽງ​ຂ້າງ​ເຮົາ

  3. 3. ຜູ້​ທີ່​ອົດ​ທົນ​ຈົນ​ເຖິງ​ທີ່​ສຸດ

    ເຂົາ​ຈະ​ໄດ້​ຮັບ​ຄວາມ​ລອດ

    ໃນ​ປຶ້ມ​ຊີວິດ​ຈະ​ມີ​ຊື່​ເຂົາ

    ທີ່​ຖືກ​ຂຽນ​ໄວ້​ຢ່າງ​ຊັດເຈນ

    ຂໍ​ໃຫ້​​ຕັ້ງ​ໃຈ​ທີ່​ຈະ​ອົດ​ທົນ

    ຈົນ​ວຽກ​ງານ​ຈະ​ແລ້ວ​ສົມບູນ

    ຈະ​ເຮັດ​ໃຫ້​ເຢໂຫວາ​ພໍ​ໃຈ

    ແລ້ວ​ເຈົ້າ​ຈະ​ໄດ້​ຄວາມ​ຍິນດີ