ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເພງ​ທີ 14

ສັນລະເສີນ​ກະສັດ​ອົງ​ໃໝ່

ສັນລະເສີນ​ກະສັດ​ອົງ​ໃໝ່

(ຄຳເພງ 2:12)

  1. 1. ຜູ້​ຄົນ ທຸກ​ຊົນ​ຊາດ​ທຸກ​ຊົນ​ເຜົ່າ ກຳລັງ ຖືກ​ລວບລວມ​ເຂົ້າ​ມາ

    ໂດຍ​ພະ​ຄລິດ​ແລະ​ເຫຼົ່າ​ຜູ້​ຖືກ​ເຈີມ​ກຳລັງ ລວບລວມ​ເຂົາ​ເຂົ້າ​ມາ

    ຕັ້ງ​ແລ້ວ​ການ​ປົກຄອງ​ຂອງ​ພະເຈົ້າ

    ເຮົາ​ຂໍ​ໃຫ້​ໃຈ​ພະອົງ​ສຳເລັດ

    ຄວາມ​ຫວັງ​ເປັນ​ຂອງ​ຂວັນ​ມີ​ຄ່າ​ມາກ​ລົ້ນ

    ໃຫ້​ຄວາມ​ສຸກ​ແລະ​ໃຫ້​ກຳລັງ​ໃຈ

    (ທ່ອນ​ຊ້ຳ)

    ມາ ສັນ​ເສີນ​ພະ​ເຢໂຫວາ​ແລະ​ສັນ​ເສີນ​ລູກ​ພະອົງ

    ເປັນ​ກະສັດ​ເໜືອ​ກະສັດ​ທັງ​ໝົດ

    ພ້ອມ​ກັນ​ຍອມ​ອ່ອນ​ນ້ອມ​ຕໍ່​ທ່ານ​ແຕ່​ດຽວ​ນີ້

    ເຊີດຊູ ພຽງ​ແຕ່​ທ່ານ​ຜູ້​ດຽວ

  2. 2. ສັນເສີນ ພະຄລິດ​ກະສັດ​ຂອງ​ເຮົາ ຮ້ອງເພງ ດ້ວຍ​ຄວາມ​ເບີກບານ​ໃຈ

    ເຈົ້າ​ຊາຍ​ແຫ່ງ​ສັນຕິ​ພິພາກສາ​ທ່ຽງທຳ ຜູ້​ນຳ​ຄວາມ​ລອດ​ມາ

    ຄວາມ​ສຸກ​ຂອງ​ເຮົາ​ຍັງ​ອີກ​ບໍ່​ດົນ

    ໂລກ​ນີ້​ບໍ່​ມີ​ຄວາມ​ຢ້ານ​ຕໍ່​ໄປ

    ໄດ້​ເວລາ​ເຍຊູ​ຈະ​ປຸກ​ຄົນ​ຕາຍ

    ເຖິງ​ເວລາ​ທີ່​ຊື່ນຊົມ​ຍິນດີ

    (ທ່ອນ​ຊ້ຳ)

    ມາ ສັນ​ເສີນ​ພະ​ເຢໂຫວາ​ແລະ​ສັນ​ເສີນ​ລູກ​ພະອົງ

    ເປັນ​ກະສັດ​ເໜືອ​ກະສັດ​ທັງ​ໝົດ

    ພ້ອມ​ກັນ​ຍອມ​ອ່ອນ​ນ້ອມ​ຕໍ່​ທ່ານ​ແຕ່​ດຽວ​ນີ້

    ເຊີດຊູ ພຽງ​ແຕ່​ທ່ານ​ຜູ້​ດຽວ