ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເພງ​ທີ 28

ໄດ້​ເປັນ​ເພື່ອນ​ກັບ​ພະ​ເຢໂຫວາ

ໄດ້​ເປັນ​ເພື່ອນ​ກັບ​ພະ​ເຢໂຫວາ

(ຄຳເພງ 15)

  1. 1. ໃຜ​ເປັນ​ມິດ​ກັບ​ພະເຈົ້າ? ເຂົ້າ​ໃນ​ທີ່​ພັກ​ພະອົງ

    ໃຜ​ເປັນ​ມິດ​ແທ້​ທີ່​ພະອົງ​ໄວ້​ໃຈ? ຮູ້ຈັກ​ພະເຈົ້າ​ຢ່າງ​ດີ

    ກໍ​ຄື​ຄົນ​ທີ່​ເຊື່ອ​ຟັງ ຜູ້​ມີ​ຄວາມ​ເຊື່ອ​ໝັ້ນ​ຄົງ

    ທຸກ​ຄົນ​ທີ່​ສັດ​ຊື່​ມີ​ຄວາມ​ພັກດີ ເດີນ​ຕາມ​ແນວ​ທາງ​ພະອົງ

  2. 2. ໃຜ​ເປັນ​ມິດ​ກັບ​ພະເຈົ້າ? ໃຜ​ໄດ້​ເຂົ້າ​ໃກ້​ພະອົງ?

    ໃຜ​ເຮັດ​ໃຫ້​ພະອົງ​ຊື່ນຊົມ​ຍິນດີ? ພະອົງ​ຮູ້​ຈັກ​ຊື່​ເຂົາ

    ຄົນ​ທີ່​ໃຫ້​ກຽດ​ພະເຈົ້າ ພວກ​ເຂົາ​ເຊື່ອ​ຟັງ​ພະອົງ

    ທຸກ​ຄົນ​ທີ່​ສັດ​ຊື່​ຮັກສາ​ສັນຍາ ເວົ້າ​ແຕ່​ຄວາມ​ຈິງ​ທຸກ​ຄຳ

  3. 3. ມອບ​ພາລະ​ກັບ​ພະອົງ ເປີດ​ໃຈ​ເມື່ອ​ອະທິດຖານ

    ໄດ້​ເຂົ້າ​ໃກ້​ພະອົງ​ຮັກ​ຍິ່ງ​ໝັ້ນ​ຄົງ ຮູ້​ວ່າ​ພະອົງ​ຫ່ວງໃຍ

    ຂໍ​ເປັນ​ມິດ​ກັບ​ພະເຈົ້າ ສ້າງ​ສາຍ​ສຳພັນ​ເລື້ອຍ​ໄປ

    ພະອົງ​ເປັນມິດ​ແທ້​ທີ່​ດີ​ທີ່​ສຸດ ບໍ່​ມີ​ຜູ້​ໃດ​ທຽບ​ໄດ້

(ເບິ່ງ​ຕື່ມ ເພງ. 139:1; 1 ເປ. 5:6, 7)