ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເພງ​ທີ 31

ເດີນ​ກັບ​ພະເຈົ້າ

ເດີນ​ກັບ​ພະເຈົ້າ

(ມີເກ 6:8)

  1. 1. ເດີນ​ກັບ​ພະເຈົ້າ ດ້ວຍ​ຄວາມ​ຈຽມ​ຕົວ ມີ​ໃຈ​ສັດ​ຊື່​ຮັກ​ພັກດີ

    ໃກ້​ຊິດ​ເຢໂຫວາ ແລະ​ໝາຍ​ເພິ່ງ​ພະອົງ ພະລັງ​ພະອົງ​ຈະ​ຊ່ວຍ​ເຮົາ

    ເຮັດ​ຕາມ ຖ້ອຍຄຳ​ຄວາມ​ຈິງ​ຂອງ​ພະອົງ ຊ່ວຍ​ເຮົາ​ບໍ່​ຫ່າງ​ເຫີນ​ໄປ

    ເຮົາ​ໃຫ້​ພະເຈົ້າ ນຳ​ທາງ​ເຮົາ​ໄປ ພ້ອມ​ເຊື່ອ​ຟັງ​ເຮັດ​ຕາມ​ພະອົງ

  2. 2. ເດີນ​ກັບ​ພະເຈົ້າ ດ້ວຍ​ໃຈ​ສະອາດ ຄິດ​ເຖິງ​ແຕ່​ສິ່ງ​ບໍລິສຸດ

    ຈະ​ຖືກ​ການ​ລໍ້​ໃຈ ຫຼາຍ​ເທົ່າ​ໃດ​ກໍ​ຕາມ ພະອົງ​ຈະ​ຊ່ວຍ​ໃຫ້​ອົດ​ທົນ

    ສິ່ງ​ໃດ ທີ່​ໜ້າ​ສັນລະເສີນ​ເຍີ​ນ​ຍໍ ສິ່ງ​ໃດ​ທີ່​ເປັນ​ເລື່ອງ​ຈິງ

    ໃຫ້​ຄິດ​ຕຶກຕອງ ໃນ​ສິ່ງ​ເຫຼົ່າ​ນັ້ນ ແລ້ວ​ພະອົງ​ຈະ​ຢູ່​ກັບ​ເຮົາ

  3. 3. ເດີນ​ກັບ​ພະເຈົ້າ ຢ່າງ​ມີ​ຄວາມ​ສຸກ ດີ​ໃຈ​ມີ​ພະເຈົ້າ​ເປັນ​ເພື່ອນ

    ຂອບໃຈ​ໃນ​ທຸກ​ສິ່ງ ທີ່​ພະອົງ​ໃຫ້​ເຮົາ ແລະ​ທີ່​ໃຫ້​ພອນ​ອີກ​ຫຼາຍ​ຢ່າງ

    ເດີນ​ກັບ ພະເຈົ້າ​ດ້ວຍ​ໃຈ​ທີ່​ຊື່ນ​ບານ ຮ້ອງ​ເພງ​ລ່າເລີງ​ຍິນດີ

    ຄວາມ​ສຸກ​ຂອງ​ເຮົາ ທຸກ​ຄົນ​ຈະ​ເຫັນ ເຮົາ​ເປັນ​ຄົນ​ຂອງ​ເຢໂຫວາ

(ເບິ່ງ​ຕື່ມ ຕົ້ນ. 5:24; 6:9; ຟີລິບ 4:8; 1 ຕີໂມ. 6:6-8)