ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເພງ​ທີ 56

ເຮັດ​ໃຫ້​ຄວາມ​ຈິງ​ເປັນ​ຂອງ​ເຈົ້າ​ເອງ

ເຮັດ​ໃຫ້​ຄວາມ​ຈິງ​ເປັນ​ຂອງ​ເຈົ້າ​ເອງ

(ສຸພາສິດ 3:1, 2)

  1. 1. ເສັ້ນ​ທາງ​ແຫ່ງ​ຄວາມ​ຈິງ ເປັນ​ທາງ​ດີ​ທີ່​ເຮົາ​ຄວນ​ຢູ່

    ແລະ​ບໍ່​ມີ​ໃຜ​ຈະ​ຢູ່​ແທນ​ເຮົາ​ໄດ້

    ເຮົາ​ຕ້ອງ​ເຮັດ​ທຸກ​ສິ່ງ ທີ່​ພະ​ເຢໂຫວາ​ແນະນຳ

    ເຊື່ອ​ຟັງ​ທີ່​ພະອົງ​ບອກ​ທຸກ​ຄຳ

    (ທ່ອນ​ຊ້ຳ)

    ຍຶດ​ຄວາມ​ຈິງ​ໝັ້ນ​ຄົງ

    ເປັນ​ຊີວິດ​ແທ້​ຈິງ​ຂອງ​ເຮົາ

    ແລ້ວ​ເຢໂຫວາ​ຈະ

    ໃຫ້​ເຮົາ​ມີ​ຄວາມ​ສຸກ

    ຖ້າ​ເຮົາ​ຍຶດ​ຄວາມ​ຈິງ​ໝັ້ນ​ຄົງ

  2. 2. ຄວາມ​ພາກ​ພຽນ​ຂອງ​ເຮົາ ກັບ​ເວລາ​ທີ່​ໄດ້​ທຸ່ມ​ເທ

    ເພື່ອ​ພະເຈົ້າ​ແລະ​ລາຊະອານາຈັກ

    ຈະ​ໃຫ້​ສິ່ງ​ທີ່​ດີ ແລະ​ຈະ​ມີ​ຊີວິດ​ນິລັນ

    ທຸກ​ວັນ​ມີ​ສິ່ງ​ດີ​ໃນ​ຊີວິດ

    (ທ່ອນ​ຊ້ຳ)

    ຍຶດ​ຄວາມ​ຈິງ​ໝັ້ນ​ຄົງ

    ເປັນ​ຊີວິດ​ແທ້​ຈິງ​ຂອງ​ເຮົາ

    ແລ້ວ​ເຢໂຫວາ​ຈະ

    ໃຫ້​ເຮົາ​ມີ​ຄວາມ​ສຸກ

    ຖ້າ​ເຮົາ​ຍຶດ​ຄວາມ​ຈິງ​ໝັ້ນ​ຄົງ

  3. 3. ເມື່ອ​ທຽບ​ກັບ​ພະເຈົ້າ ພວກ​ເຮົາ​ເປັນ​ຄື​ດັ່ງ​ເດັກ​ນ້ອຍ

    ເຮົາ​ຈຶ່ງ​ຕ້ອງ​ມີ​ພະເຈົ້າ​ຄອຍ​ຊີ້​ນຳ

    ທຸກ​ວັນ​ເຮົາ​ເດີນ​ຕາມ ພໍ່​ຂອງ​ເຮົາ​ຢູ່​ໃນ​ສະຫວັນ

    ພະອົງ​ຈະ​ໃຫ້​ພອນ​ຢ່າງ​ມາກ​ລົ້ນ

    (ທ່ອນ​ຊ້ຳ)

    ຍຶດ​ຄວາມ​ຈິງ​ໝັ້ນ​ຄົງ

    ເປັນ​ຊີວິດ​ແທ້​ຈິງ​ຂອງ​ເຮົາ

    ແລ້ວ​ເຢໂຫວາ​ຈະ

    ໃຫ້​ເຮົາ​ມີ​ຄວາມ​ສຸກ

    ຖ້າ​ເຮົາ​ຍຶດ​ຄວາມ​ຈິງ​ໝັ້ນ​ຄົງ