ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເພງ​ທີ 63

ເຮົາ​ເປັນ​ພະຍານ​ຂອງ​ພະ​ເຢໂຫວາ!

ເຮົາ​ເປັນ​ພະຍານ​ຂອງ​ພະ​ເຢໂຫວາ!

(ເອຊາອີ 43:10-12)

  1. 1. ຄົນ​ເອົາ​ໄມ້​ແລະ​ຫີນ​ເປັນ​ພະ

    ແຕ່​ພະ​ແທ້​ນັ້ນ​ເຂົາ​ບໍ່​ຮູ້

    ຜູ້​ມີ​ລິດ​ອຳນາດ​ໃຫຍ່

    ທີ່​ສາມາດ​ພິສູດ

    ພະ​ອື່ນໆນັ້ນ​ເບິ່ງ​ບໍ່​ເຫັນ

    ອະນາຄົດ​ຈະ​ເປັນ​ຈັ່ງ​ໃດ

    ບໍ່​ມີ​ຜູ້​ໃດ​ສາມາດ​ຈະ​ພິສູດ

    ວ່າ​ພະ​ເຫຼົ່າ​ນັ້ນ​ເປັນ​ພະເຈົ້າ​ແທ້

    (ທ່ອນ​ຊ້ຳ)

    ເຮົາ​ເປັນ​ພະຍານ​ເຢໂຫວາ

    ເຮົາ​ຈຶ່ງ​ກ້າ​ທີ່​ຈະ​ປະກາດ

    ວ່າ​ພະອົງ​ເປັນ​ຜູ້​ພະຍາກອນ​ແທ້

    ທຸກ​ສິ່ງ​ຈະ​ຕ້ອງ​ເກີດ​ຂຶ້ນ​ຈິງ

  2. 2. ເຮົາ​ພູມ​ໃຈ​ໄດ້​ປະກາດ​ນາມ

    ເປັນ​ພະຍານ​ໃຫ້​ຊື່​ພະອົງ

    ເລື່ອງ​ລາຊະອານາຈັກ

    ເຮົາ​ກ້າຫານ​ປະກາດ

    ຊ່ວຍ​ຄົນ​ອື່ນ​ໃຫ້​ເຂົາ​ໄດ້​ຮູ້

    ວ່າ​ຄວາມ​ຈິງ​ຈະ​ໃຫ້​ເສລີ

    ເຂົາ​ຈະ​ເຂັ້ມແຂງ​ແລະ​ຍົກຍ້ອງ​ພະເຈົ້າ

    ຮ້ອງ​ສັນລະເສີນ​ພະ​ເຢໂຫວາ

    (ທ່ອນ​ຊ້ຳ)

    ເຮົາ​ເປັນ​ພະຍານ​ເຢໂຫວາ

    ເຮົາ​ຈຶ່ງ​ກ້າ​ທີ່​ຈະ​ປະກາດ

    ວ່າ​ພະອົງ​ເປັນ​ຜູ້​ພະຍາກອນ​ແທ້

    ທຸກ​ສິ່ງ​ຈະ​ຕ້ອງ​ເກີດ​ຂຶ້ນ​ຈິງ

  3. 3. ເຮົາ​ເຊີດຊູ​ນາມ​ຊື່​ພະເຈົ້າ

    ບໍ່​ຍອມ​ໃຫ້​ຜູ້​ໃດ​ທຳລາຍ

    ຄອຍ​ເຕືອນ​ຄົນ​ຊົ່ວ​ທັງ​ຫຼາຍ

    ທີ່​ໝິ່ນ​ນາມ​ພະອົງ

    ວ່າ​ພະເຈົ້າ​ພ້ອມ​ໃຫ້​ອະໄພ

    ຖ້າ​ພວກ​ເຂົາ​ເຊື່ອ​ຟັງ​ພະອົງ

    ຫັນ​ກັບ​ຄືນ​ມາ​ຈະ​ພົບ​ຄວາມ​ຍິນດີ

    ແລະ​ຈະ​ໄດ້​ຮັບ​ຊີວິດ​ນິລັນ

    (ທ່ອນ​ຊ້ຳ)

    ເຮົາ​ເປັນ​ພະຍານ​ເຢໂຫວາ

    ເຮົາ​ຈຶ່ງ​ກ້າ​ທີ່​ຈະ​ປະກາດ

    ວ່າ​ພະອົງ​ເປັນ​ຜູ້​ພະຍາກອນ​ແທ້

    ທຸກ​ສິ່ງ​ຈະ​ຕ້ອງ​ເກີດ​ຂຶ້ນ​ຈິງ

(ເບິ່ງ​ຕື່ມ ເອຊາ. 37:19; 55:11; ເອເຊກ. 3:19)