ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເພງ​ທີ 95

ແສງ​ສະຫວ່າງ​ທີ່​ແຮງ​ກ້າ​ຂຶ້ນ

ແສງ​ສະຫວ່າງ​ທີ່​ແຮງ​ກ້າ​ຂຶ້ນ

(ສຸພາສິດ 4:18)

  1. 1. ເຫຼົ່າ​ຜູ້​ພະຍາກອນ​ຕ່າງ​ຢາກ​ຮູ້​ເລື່ອງ​ເມຊີ

    ທີ່​ເປັນ​ຄວາມ​ຫວັງ​ຂອງ​ຄົນ​ຜູ້​ທຸກ​ໃຈ

    ພະເຈົ້າ​ໄດ້​ເປີດ​ເຜີຍ​ວ່າ​ພະ​ຄລິດ​ກຳລັງ​ມາ

    ຈັດ​ກຽມ​ທາງ​ເພື່ອ​ຊ່ວຍ​ເຮົາ​ໃຫ້​ລອດ​ຕາຍ

    ເວລາ​ທີ່​ພະ​ຄລິດ​ຂຶ້ນ​ປົກຄອງ​ມາ​ຮອດ​ແລ້ວ

    ຫຼັກ​ຖານ​ທີ່​ໄດ້​ເຫັນ​ນັ້ນ​ຊັດເຈນ

    ຖື​ເປັນ​ກຽດ​ຂອງ​ເຮົາ​ທີ່​ໄດ້​ຮູ້​ເລື່ອງ​ເຫຼົ່າ​ນີ້

    ທີ່​ແມ່ນ​ແຕ່​ທູດ​ສະຫວັນ​ກໍ​ຢາກ​ຮູ້

    (ທ່ອນ​ຊ້ຳ)

    ເສັ້ນ​ທາງ​ຂອງ​ພວກ​ເຮົາ​ສະຫວ່າງ​ຂຶ້ນ​ອີກ ດັ່ງ​ເຮົາ​ກຳລັງ​ຍ່າງ​ຕອນ​ກາງເວັນ

    ເຮົາ​ຍຶດ​ສິ່ງ​ທີ່​ພະເຈົ້າ​ເປີດ​ເຜີຍ​ມາ ພະອົງ​ຊີ້​ນຳ​ເຮົາ​ທຸກ​ກ້າວ​ເດີນ

  2. 2. ພະ​ຄລິດ​ຜູ້​ເປັນ​ນາຍ​ໄດ້​ແຕ່ງ​ຕັ້ງ​ທາດ​ສັດ​ຊື່

    ຈັດ​ກຽມ​ອາຫານ​ຕາມ​ເວລາ​ໃຫ້​ເຮົາ

    ໃຫ້​ແສງ​ແຫ່ງ​ຄວາມ​ຈິງ​ສະຫວ່າງ​ຂຶ້ນ​ຕາມ​ເວລາ

    ເຫດຜົນ​ທີ່​ໃຫ້​ມາ​ໜ້າ​ປະທັບ​ໃຈ

    ເຮົາ​ເດີນ​ຢ່າງ​ໝັ້ນ​ໃຈ​ເພາະ​ເສັ້ນ​ທາງ​ນັ້ນ​ສະຫວ່າງ

    ດັ່ງ​ເຮົາ​ກຳລັງ​ຍ່າງ​ຕອນ​ກາງເວັນ

    ຂອບໃຈ​ເຢໂຫວາ​ຜູ້​ນຳ​ແສງ​ຄວາມ​ຈິງ​ມາ

    ເຮົາ​ດີ​ໃຈ​ທີ່​ຢູ່​ໃນ​ທາງ​ພະອົງ

    (ທ່ອນ​ຊ້ຳ)

    ເສັ້ນ​ທາງ​ຂອງ​ພວກ​ເຮົາ​ສະຫວ່າງ​ຂຶ້ນ​ອີກ ດັ່ງ​ເຮົາ​ກຳລັງ​ຍ່າງ​ຕອນ​ກາງເວັນ

    ເຮົາ​ຍຶດ​ສິ່ງ​ທີ່​ພະເຈົ້າ​ເປີດ​ເຜີຍ​ມາ ພະອົງ​ຊີ້​ນຳ​ເຮົາ​ທຸກ​ກ້າວ​ເດີນ

(ເບິ່ງ​ຕື່ມ ໂລມ 8:22; 1 ໂກ. 2:10; 1 ເປ. 1:12)