ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ສະຖານ​ທີ່​ທີ່​ຈະ​ເຮັດ​ໃຫ້​ພະອົງ​ໄດ້​ຮັບ​ຄຳ​ສັນລະເສີນ

ສະຖານ​ທີ່​ທີ່​ຈະ​ເຮັດ​ໃຫ້​ພະອົງ​ໄດ້​ຮັບ​ຄຳ​ສັນລະເສີນ

ດາວໂຫຼດ:

  1. 1. ພະ​ເຢໂຫວາ​ສ້າງ​ສະຫວັນ​ຍິ່ງໃຫຍ່

    ແຕ່​ຍັງ​ບໍ່​ໃຫຍ່​ພໍ​ຕໍ່​ພະອົງ

    ສະຖານ​ທີ່​ໃນ​ໂລກ​ນີ້​ກໍ​ເຊັ່ນ​ກັນ

    ແຕ່​ພະລັງ​ພະອົງ​ຢູ່​ກັບ​ເຮົາ

    ປະດັບ​ສະຖານ​ທີ່​ນະມັດສະການ

    ເປັນ​ຄົນ​ທີ່​ຍ່າງ​ໃນ​ທາງ​ພະອົງ

    ເຮົາ​ດີ​ໃຈ​ຮັບໃຊ້​ດ້ວຍ​ສາມັກຄີ

    ເຮົາ​ພັກດີ ເຢໂຫວາ​ສຸກ​ໃຈ

    (ທ່ອນ​ສົ່ງ)

    ບໍ່​ມີ​ຫຍັງ​ທີ່​ເຮົາ​ມີ

    ທີ່​ພະອົງ​ບໍ່​ໄດ້​ໃຫ້​ມາ

    ທຸກ​ສິ່ງ​ທີ່​ເຮົາ​ໃຫ້​ພະອົງ

    ກໍ​ລ້ວນ​ມາ​ຈາກ​ພະອົງ

    (ທ່ອນ​ຊ້ຳ)

    ຂອບໃຈ​ທີ່​ພະອົງ​ໄດ້​ເຮັດ​ເພື່ອ​ເຮົາ

    ເຮົາ​ຈຶ່ງ​ຮ້ອງ​ເພງ​ນີ້​ຈາກ​ຫົວໃຈ

    ພະອົງ​ເຮັດ​ໃຫ້​ຄວາມ​ຫວັງ​ເຮົາ​ເປັນ​ຈິງ

    ດ້ວຍ​ບ່ອນ​ນີ້ ເຮົາ​ສັນເສີນ​ພະອົງ

  2. 2. ພະ​ເຢໂຫວາ​ຮູ້​ວ່າ​ເຮົາ​ຕ້ອງການ

    ສະຖານ​ສຳລັບ​ສັນເສີນ​ພະອົງ

    ເຮັດ​ໃຫ້​ຜູ້​ນະມັດສະການ​ດີ​ໃຈ

    ຊ່ວຍ​ຜູ້​ຄົນ​ໃຫ້​ເຮັດ​ຕາມ​ພະອົງ

    ຂໍ​ໃຫ້​ໃຊ້​ບ່ອນ​ນີ້​ຕາມ​ໃຈ​ພະອົງ

    ຍັງ​ມີ​ວຽກ​ອີກ​ຫຼາຍ​ທີ່​ຕ້ອງ​ເຮັດ

    ເພື່ອ​ຈະ​ເລັ່ງ​ບາດ​ກ້າວ​ແລະ​ເຮັດ​ຕໍ່​ໄປ

    ໃນ​ວຽກ​ທີ່​ລູກ​ພະອົງ​ມອບໝາຍ

    (ທ່ອນ​ສົ່ງ)

    ດັ່ງນັ້ນ​ເຮົາ​ຈຶ່ງ​ຖວາຍ

    ເວລາ​ແລະ​ສິ່ງ​ທີ່​ເຮົາ​ມີ

    ພະອົງ​ຜູ້​ດຽວ​ທີ່​ສົມຄວນ

    ໄດ້​ຮັບ​ຄຳ​ສັນລະເສີນ

    (ທ່ອນ​ຊ້ຳ)

    ຂອບໃຈ​ທີ່​ພະອົງ​ໄດ້​ເຮັດ​ເພື່ອ​ເຮົາ

    ເຮົາ​ຈຶ່ງ​ຮ້ອງ​ເພງ​ນີ້​ຈາກ​ຫົວໃຈ

    ພະອົງ​ເຮັດ​ໃຫ້​ຄວາມ​ຫວັງ​ເຮົາ​ເປັນ​ຈິງ

    ດ້ວຍ​ບ່ອນ​ນີ້ ເຮົາ​ສັນເສີນ​ພະອົງ