ຫໍສັງເກດການສະບັບສຶກສາ ທັນວາ 2016

ຫໍສັງເກດການ​ສະບັບ​ນີ້​ມີ​ບົດ​ຄວາມ​ສຶກສາ​ສຳລັບ​ວັນ​ທີ​30 ມັງກອນ-26 ກຸມພາ 2017.

ດ້ວຍ​ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່​ເຈົ້າ​ຈຶ່ງ​ເປັນ​ອິດ​ສະຫຼະ

ເຈົ້າ​ຈະ​ໄດ້​ຮັບ​ປະໂຫຍດ​ຫຼາຍ​ແທ້ໆ​ຈາກ​ການ​ພິຈາລະນາ​ວິທີ​ທີ່​ພະ​ເຢໂຫວາ​ໃຫ້​ເຈົ້າ​ເປັນ​ອິດ​ສະຫຼະ​ຈາກ​ບາບ.

“ຄວາມ​ຄຶດ​ແຫ່ງ​ພະ​ວິນຍານ​ກໍ​ເປັນ​ຊີວິດ​ແລະ​ຄວາມ​ສຸກ​ສຳລານ”

ໂລມ⁠ບົດ 8 ມີ​ຄຳ​ແນະນຳ​ທີ່​ຈະ​ຊ່ວຍ​ເຈົ້າ​ໃຫ້​ໄດ້​ຮັບ​ລາງວັນ​ທີ່​ພະ​ເຢໂຫວາ​ກຳລັງ​ສະເໜີ​ໃຫ້​ກັບ​ມະນຸດ​ທຸກ​ຄົນ.

ຝາກ​ຄວາມ​ອຸກ​ໃຈ​ທັງ​ໝົດ​ໄວ້​ກັບ​ພະ​ເຢໂຫວາ

ບາງ​ຄັ້ງ ຜູ້​ຮັບໃຊ້​ຂອງ​ພະເຈົ້າ​ກໍ​ປະສົບ​ກັບ​ຄວາມ​ອຸກ​ໃຈ. ສີ່​ຂັ້ນ​ຕອນ​ທີ່​ໃຊ້​ໄດ້​ຜົນ​ແທ້​ສາມາດ​ຊ່ວຍ​ເຮົາ​ໃຫ້​ໄດ້​ຮັບ​ປະໂຫຍດ​ຈາກ “ສັນຕິສຸກ​ທີ່​ມາ​ຈາກ​ພະເຈົ້າ.”

ພະ​ເຢໂຫວາ​ໃຫ້​ລາງວັນ​ຄົນ​ທີ່​ຊອກ​ຫາ​ພະອົງ​ຢ່າງ​ຈິງ​ຈັງ

ຄວາມ​ຫວັງ​ໃນ​ເລື່ອງ​ລາງວັນ​ຈາກ​ພະ​ເຢໂຫວາ​ເປັນ​ປະໂຫຍດ​ຕໍ່​ເຮົາ​ແນວ​ໃດ? ພະອົງ​ໄດ້​ໃຫ້​ລາງວັນ​ແກ່​ຜູ້​ຮັບໃຊ້​ຂອງ​ພະອົງ​ໃນ​ອະດີດ​ແນວ​ໃດ ແລະ​ພະອົງ​ກຳລັງ​ເຮັດ​ເຊັ່ນ​ນັ້ນ​ແນວ​ໃດ​ໃນ​ຕອນ​ນີ້?

ເລື່ອງຊີວິດຈິງ

ເປັນ “ຄົນ​ທຸກ​ຊະນິດ​ສຳລັບ​ທຸກ​ຄົນ”

ວຽກ​ມອບ​ໝາຍ​ຫຼາຍ​ຢ່າງ​ທີ່​ພີ່​ນ້ອງ​ເດັນ​ຕັນ ຮ໋ອບຄິນສັນ​ໄດ້​ຮັບ​ໃນ​ໄລຍະ​ຫຼາຍ​ປີ​ໄດ້​ຊ່ວຍ​ລາວ​ໃຫ້​ເຫັນ​ວິທີ​ທີ່​ຄວາມ​ຮັກ​ຂອງ​ພະ​ເຢໂຫວາ​ຕ້ອນຮັບ​ຄົນ​ທຸກ​ຊະນິດ.